ເຢຍລະມັນກະຕຸກຊຸກຍູ້ຕວັກກີ ລະງັບບັນດາການກະທຳຢູ່ທະເລເມດີເຕຣາເນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ໄດ້ກະຕຸກຊຸກຍູ້ ໃຫ້ ຕວັກກີ ລະງັບບັນດາການກະທຳກໍ່ຄວາມເຄັ່ງຕຶງຢູ່ທະເລເມດີເຕຣາເນ

ເຢຍລະມັນກະຕຸກຊຸກຍູ້ຕວັກກີ ລະງັບບັນດາການກະທຳຢູ່ທະເລເມດີເຕຣາເນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas

(ພາບ: Reuters)

ກ່າວຄຳເຫັນກ່ອນທີ່ຈະເດີນທາງໄປຢ້ຽມຢາມ ໄຊປຼັດ ແລະ ເກຼັກ, ວັນທີ 13 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ໄດ້ກະຕຸກຊຸກຍູ້ ໃຫ້ ຕວັກກີ ລະງັບບັນດາການກະທຳກໍ່ຄວາມເຄັ່ງຕຶງຢູ່ທະເລເມດີເຕຣາເນ, ຮັກສາບັນດາການເຈລະຈາ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ ອານກາຣາ ຢຸດຕິບັນດາການກະທຳສຳຫຼວດນ້ຳມັນອາຍແກັດຢູ່ບັນດາເຂດທີ່ມີການຂັດແຍ້ງກັນຢູ່ທະເລເມດີເຕຣາເນ. ທ່ານ Heiko Mass ຖືວ່າ ການກະທຳຂອງຕວັກກີ ແມ່ນໄປຝືນກັບຈິດໃຈຂອງບັນດາສິ່ງທີ່ໄດ້ຕົກລົງນຳກັນ. ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫຼັງທີ່ຕວັກກີ ແຈ້ງໃຫ້ຊາບວ່າ ກ່ຳປັ່ນສຳຫຼວດ Oruc Reis ຂອງປະເທດນີ້ຈະປະຕິບັດການສຳຫຼວດທໍລະນີສາດຢູ່ທາງທິດຕາເວັຍອອກ ທະເລເມດີເຕຣາເນ - ເຂດເກີດມີການຂັດແຍ້ງໃນການສຳຫຼວດນ້ຳມັນອາຍແອັດ ແລະ ອະທິປະໄຕທະເລກັບ ເກຼັກ - ໃນຮອບເວລາ 10 ມື້ຈະມາເຖິງ.

        ໃນຂະນະນັ້ນ, ໃນວັນດຽວກັນ, ເກຼັກ ຖະແຫຼງວ່າຈະບໍ່ດຳເນີນການເຈລະຈາກັບ ຕວັກກີ ຕາບໃດກ່ຳປັ່ນ Oruc Reis ຍັງຢູ່ໃນເຂດໄຫຼ່ທະວີບຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ