ເຢຍລະມັນຈັບຕົວນັກຂ່າວຄົນໜຶ່ງຂອງAl Jazeera

ເຢຍລະມັນຈັບຕົວນັກຂ່າວຄົນໜຶ່ງຂອງAl Jazeera - ảnh 1
ນັກ​ຂ່າວ Ahmed Mansour
(ພາບ: bignewsnetwork.com)

(vovworld) – ເຈົ້າ​ໜ້າ​ທີ່ ເຢຍ​ລະ​ມັນ ປະ​ກາດ​ວ່າ: ຕຳຫຼວດ​ປະ​ເທດນີ້​ໄດ້​ຈັບ​ຕົວ​ນັກ​ຂ່າວ​ຄົນ​ໜຶ່ງ​ຂອງ​ຊ່ອງ​ໂທ​ລະ​ພາບ Al – Jazeera ຕາມຄຳ​ສັ່ງ​​ໝາຍຈັບ​ຂອງ​ສານ ອີ​ຢິບ. ໂຄ​ສົກ​ຂອງ​ຫ້ອງ​ການ​ໄອ​ຍະ​ການແບກ​ແລງ, Martin Steltner ໃຫ້​ຮູ້​ວ່າ: ນັກ​ຂ່າວ Ahmed Mansour ພວມ​ຖືກ​ຕຳຫຼວດ​ຈັບ​ຕົວ. Ahmed Mansour ຖື​ສັນ​ຊາດ ອີ​ຢິບ ແລະ ອັງ​ກິດ, ຖືກ​ຈັບ​ຕົວ​ເມື່ອ​ວັນ​ທີ 20/6 ຢູ່ ແບກ​ແລງ​ຕາມ​ຄຳ​ສັ່ງ​ໄລ່​ຈັບ​ຂອງ ອີ​ຢິບ. ໃນ​ແວບ​ໄຊ​ຂອງ​ຕົນ, ຊ່ອງ​ໂທ​ລະ​ພາບ Al – Jazeera ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ Doha, ປະ​ເທດ Qatar ໃຫ້​ຮູ້​ວ່າ: ສານ​ແຫ່ງ​ໜຶ່ງ​ຂອງ ອີ​ຢິບ ເຄີຍ​ຕັດ​ສິນ​ລົງ​ໂທດຈຳ​ຄຸກ 15 ປີໂດຍບໍ່​ມີ​ໜ້າສຳ​ລັບ​ນັກ​ຂ່າວ Ahmed Mansour  ຍ້ອນ​​ການ​ກະ​ທຳ​ຜິດ “​ທຳ​ຮ້າຍ​ຮ່າງ​ກາຍທະ​ນາຍ​ຄວາມ​ຜູ້​ໜຶ່ງ​ເມື່ອ​ປີ 2011 ​ທີ່ສະ​ໜາມຫຼວງ Tahrir” ຢູ່​ນະ​ຄອນຫຼວງ ກາຍ​ໂຣ, ໃຈ​ກາງ​ຂອງ​ກະ​ແສ​ຟອງ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ອຳ​ນາດ​ການ​ປົກ​ຄອງ​ໄດ້​ໂຄ່ນ​ລົ້ມ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Hosni Mubarak.


ຂ່າວ/ບົດ​ອື່ນ