ເຢຍລະມັນຢືນຢັນຄວາມປາດຖະໜາຢາກເພີ່ມທະວີການເຂົ້າຮ່ວມ Eurozone

(VOVWORLD) -ວົງການເຈົ້າໜ້າທີ່ເຢຍລະມັນ ຢືນຢັນວ່າ, ປະເທດນີ້ພ້ອມແລ້ວທີ່ຈະເພີ່ມທະວີການເຂົ້າຮ່ວມພາກພື້ນໃຊ້ສະກຸນເງິນລວມເອີລົບ (Eurozone).

ເຢຍລະມັນຢືນຢັນຄວາມປາດຖະໜາຢາກເພີ່ມທະວີການເຂົ້າຮ່ວມ Eurozone - ảnh 1 ທ່ານລັດຖະມົນຕີກະຊວງການເງິນເຢຍລະມັນ Wolfgang Schauble

(ພາບປະກອບ: TTXVN)

ໃນຈົດໝາຍສະບັບໜຶ່ງຝາກເຖິງບັນດານັກສ້າງກົດໝາຍປະກາດໃນວັນທີ 18 ກໍລະກົດ, ທ່ານລັດຖະມົນຕີກະຊວງການເງິນເຢຍລະມັນ Wolfgang Schauble ເນັ້ນໜັກວ່າ: “ໂດຍບໍ່ຫົວຊາຕໍ່ເລື່ອງອັງກິດ ຖອນອອກຈາກເອີລົບ, ເລື່ອງເຊື່ອມໂຍງເຂົ້າເອີລົບ ຍັງຄົງແມ່ນແນວຄວາມຄິດທີ່ດີທີ່ສຸດ ເຊິ່ງຊາວເອີລົບ ບັນລຸໄດ້ໃນສະຕະວັດທີ 20”. ທ່ານ Schauble ໃຫ້ຮູ້ວ່າ, ເຢຍລະມັນ ແລະ ຝລັ່ງ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ພ້ອມກັນຊຸກຍູ້ການຮ່ວມມືໃນກຸ່ມສຳພັນທະມິດນີ້, ພ້ອມທັງກະຕຸກຊຸກຍູ້ບັນດາລັດຖະບານພາກພື້ນໃຊ້ສະກຸນເງິນເອີໂລ ສືບຕໍ່ປະຕິຮູບໂຄງປະກອບ, ຫຼຸດຜ່ອນໜີ້ສິນ ແລະ ຮັບປະກັນງົບປະມານແບບຍືນຍົງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ