ເຢຍລະມັນສະເຫຼີມສະຫຼອງວັນໂຮມປະເທດຊາດເປັນເອກະພາບ

ເຢຍລະມັນສະເຫຼີມສະຫຼອງວັນໂຮມປະເທດຊາດເປັນເອກະພາບ - ảnh 1
ທ່ານ​ປະທານາທິບໍດີ​ເຢຍລະ​ມັນ Jochim Gauck
(ພາບປະກອບ: baotinnhanh)


(vovworld) – “ຫົວ​ໃຈ​ຂອງ​ພວກ​ຂ້າພະ​ເຈົ້າຍາມ​ໃດ​ກໍ​ເປີດ​ກວ້າງ, ​ແຕ່​ຄວາມ​ສາມາດ​ຖືກ​ຈຳກັດຢູ່”, ນີ້​ແມ່ນ​ຄຳ​ຖະ​ແຫຼ​ງທີ່​ໜ້າ​ສົນ​​ໃຈ​ທີ່​ສຸດ​ຂອງ​ທ່ານ​ປະທານາທິບໍດີ​ເຢຍລະ​ມັນ Jochim Gauck ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ທ້ອນ​ໂຮມ​ປະ​ເທດ​​ເຢຍລະ​ມັນ ເປັນ​ເອກະ​ພາບ​​, ​ໃນ​ສະພາບ​ທີ່​ພວມ​ພ້ອມ​ກັບບັນດາ​ປະ​ເທດ​ເອີ​ລົບ​ອື່ນ ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການຊາວ​ອົບ​ພະ​ຍົບ. ກ່າວ​ຄຳ​ເຫັນ​ທີ່​ນະ​ຄອນ Frankfurt/Main, ​ໃນ​ວັນ​ທີ 03/10, ທ່ານ​ປະທານາທິບໍດີ​ເຢຍລະ​ມັນ ຢືນຢັນວ່າ, ການ​ເຊື່ອມ​​ຕົວ​ໃຫ້​ຊາວ​ອົບ​ປະຍົບ​ເຂົ້າ​ສັງຄົມ​ເຢຍລະ​ມັນ ຍັງ​ຫຍຸ້ງຍາກ​ກວ່າ​ເມື່ອ​ທຽບ​ໃສ່​ການ​ທ້ອນໂຮມ​ປະ​ເທດ​ເຢຍລະ​ມັນ ​ເປັນ​​ເອກະ​ພາບ. ທ່ານ​ຮຽກຮ້ອງ​​ໃຫ້​ປະຊາ​ຊົນ​ຢືດໝັ້ນ, ຖື​ນີ້​ແມ່ນ​ໜ້າ​ທີ​ອັນ​ໃຫຍ່​ຫຼວງ, ​ຕ​້ອງມີ​ການ​ຮ່ວມ​ມື​ແຮງ​ຮ່ວມ​ໃຈແກ້​ໄຂ​ຂອງ​ລຸ່ນຄົນຕ່າງໆ. ທ່ານ​ກໍ​ຖື​ວ່າ, ​ເລື່ອງ​ເຢຍລະ​ມັນ ຕ້ອນຮັບ​ຊາວ​ອົບ​ພະຍົບ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ສານ​ທີ່​ແຂງ​ແຮງ ຕ້ານ​ແນວ​ຄິດ​​ໃຊ້​ຄວາມ​ຮຸນ​ແຮງ, ຄວາມ​ບາດ​ໝາງ ​ແລະ ການຈຳ​ແນ​ກ​ປະ​ພຶດຕໍ່​ຊາວ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ