ເຢຍລະມັນ,ສເກົາຫລີຮຽກຮ້ອງໃຫ້ສປປເກົາຫລີປະລະການເຄື່ອນໄຫວນິວເຄຼຍ

ເຢຍລະມັນ,ສເກົາຫລີຮຽກຮ້ອງໃຫ້ສປປເກົາຫລີປະລະການເຄື່ອນໄຫວນິວເຄຼຍ - ảnh 1
ລູກສອນໄຟຂອງ ສປປ ເກົາຫລີ
ພາບ:dantri.com


(vovworld) - ວັນ​ທີ 26/3, ທ່ານ​ນາງນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ແລະ ທ່ານ​ນາງປະທານາທິບໍດີ ​ ສ​ເກົາຫລີ Park Geun Hye ​ໄດ້​ຍົກ​ອອກ​ຄຳ​ຮຽກຮ້ອງ ສປປ ​ເກົາຫລີ ຄວນ​ປະລະ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍ ພາຍຫລັງ ສປປ ​ເກົາຫລີ ຍິງ​ລູກ​ສອນ​ໄຟ​​ໄລຍະ​ກາງ 2 ​ລູກ​ໃນ​ວັນ​ດຽວ​ກັນ. ກ່າວ​ຄຳ​ເຫັນ​ພາຍຫລັງ​ການ​ພົບ​ປະ​ກັບ​ທ່ານ​ນາງປະທານາທິບໍດີ ສ​ເກົາຫລີ ຢູ່ ​ແບກ​ລີ​ນ, ທ່ານ​ນາງນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ສະ​ແດງ​ການ​ສະຫນັບສະຫນູນ​ຕໍ່​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ໃນ​ແຫລມ​ເກົາຫລີ ຜ່ານ​ບັນດາ​ການ​ເຈລະຈາ 6 ຝ່າຍ. ທ່ານ​ນາງ Angela Merkel ​ເນັ້ນ​ຫນັກ​ວ່າ: ພຽງ​ຢາງ ຄວນ​ປະລະ​ບັນດາ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍ ທີ່​ກໍ່​ຄວາມ​ວິຕົກ​ກັງວົນ​ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ສັນຕິພາບ​ຢູ່​ແຫລມ​ເກົາຫລີ.

ກ່ຽວ​ຂ້ອງ​ເຖິງ​ການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ​ຂອງ ສປປ ​ເກົາຫລີ, ຫ້ອງການ​ເລຂາທິການ​ໃຫຍ່ ສປຊ ​ໄດ້​ອອກ​ຖະ​ແຫລ​ງການ​ຖື​ວ່າ: ນີ້​​ແມ່ນ​ການ​ກະທຳ​ໄປ​ຝືນ​ກັບ​ທ່າ​ອ່ຽງສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ພາກ​ພື້ນ. ສະພາ​ຄວາມ​ໝັ້ນຄົງ ສປຊ ກໍ​ຄາດ​ຄະ​ເນ​ວ່າ ຈະ​ຈັດ​7ກອງ​ປະຊຸມ​ລັບ​ໃນ​ເວລາ 21​ໂມງ GMT​ໃນ​ວັນ​ທີ 27/3 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເຫດການ​ຍິງ​ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫລີ.

ຂ່າວ/ບົດ​ອື່ນ