ເຢຍລະມັນຮຽກຮ້ອງEUຍູ້ແຮງບັນດາຂໍ້ຕົກລົງການຄ້າເສລີ

ເຢຍລະມັນຮຽກຮ້ອງEUຍູ້ແຮງບັນດາຂໍ້ຕົກລົງການຄ້າເສລີ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ  Angela Merkel
ພາບ: datviet

(vovworld)- ວັນ​ທີ 27/1, ເຢຍ​ລະ​ມັນ ໄດ້​ປະ​ກາດ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ ສ່ວນ​ຫລາຍ​ແມ່ນ​ຢູ່​ພາກ​ພື້ນ ອາ​ຊີ, ມີ​ແງ່​ຫວັງ​ຮ່ວມ​ມື​ດ້ານ​ການ​ຄ້າ​ກັບ ສະ​ຫະ​ພາບ ເອີ​ລົບ (EU) ແລະ ຖື​ວ່າ ນີ້​ແມ່ນ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​ໃນ​ທົ່ວ​ໂລກ, ໃນ​ສະ​ພາບ​ການ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທ​າ​ນາ​ທິບ​ໍ​ດີ ອ​າ​ເມ​ລິ​ກາ ຄົນ​ໃຫມ່ Donald Trump ສະ​ຫນັບ​ສະ​ຫນູນ​ລັດ​ທິ​ອາ​ລັກ​ຂາ. ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ລວມ​ມີ: ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ຟິ​ລີບ​ປີນ, ມາ​ເລ​ເຊຍ, ອິນ​ເດຍ, ຈີນ, ສິງ​ກະ​ໂປ, ຍີ່​ປຸ່ນ, ໄທ, ມຽນ​ມາ, ອົດ​ສະ​ຕາ​ລີ ແລະ ນິ​ວ​ເຊີ​ແລນ. ໃນ​ເອ​ກະ​ສານ​ສົ່ງ​ເຖິງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ EU ຢູ່ ບ​ຣຸ​ກ​ແຊນ ປະ​ເທດ ແບນ​ຊິກ, ເຢຍ​ລະ​ມັນ​ໄດ້​ຮຽກ​ຮ້ອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ເຕົ້າ​ໂຮ​ມ​ຂໍ້​ລິ​ເລີ່ມ​ຢ່າງວ່ອງ​ໄວ​ເພື່ອ​ບັນ​ລຸ​ຄວາມ​ຄືບ​ຫນ້າ​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ໃນ​ບັນ​ດາ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ກັບ​ບັນ​ດາ​ປະ​ເທດ. ແບກ​ລີນ ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ເລື່ອງ​ຄັດ​ຄ້ານ​ລັດ​ທິ​ອາ​ລັກ​ຂາ ແລະ ຮຽກ​ຮ້ອງ​ຊຸກ​ຍູ້​ການ​ຄ້າ​ເສ​ລີ ແລະ ການ​ຮ່ວມ​ມື​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ