ເຢຍລະມັນຮຽກຮ້ອງໃຫ້ ອາເມລິກາ ອະທິບາຍແຫຼ່ງຂ່າວລັກຟັງໂທລະສັບມືຖືຂອງນາຍົກລັດຖະມົນຕີ Angela Merkel

ເຢຍລະມັນຮຽກຮ້ອງໃຫ້ ອາເມລິກາ ອະທິບາຍແຫຼ່ງຂ່າວລັກຟັງໂທລະສັບມືຖືຂອງນາຍົກລັດຖະມົນຕີ Angela Merkel - ảnh 1
ທ່ານ​ນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel
(ພາບ: Reuters)

(vovworld) – ວັນ​ທີ 23/10, ທ່ານ​ນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ໄດ້​ໂທລະສັບ​ໃຫ້​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ເພື່ອ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ແຫຼ່ງຂ່າວ​ທີ່ວ່າ: ສືບ​ລາຊະການ​ລັບ ອາ​ເມ​ລິ​ກາ ​ໄດ້​ລັກ​ຟັງ​ໂທລະສັບ​ມື​ຖື​ຂອງ​ທ່ານ​ນາງ​ໃນ​ຫຼາຍ​ປີ​ຜ່ານ​ມາ, ​ແລະ ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ອະທິບາຍ​ຢ່າງ​ເຖິງ​ຖອງ​ບັນດາ​ແຫຼ່ງຂ່າວ​ດັ່ງກ່າວ. ຕາມ​ໂຄ​ສົກ​ຂອງ​ລັດຖະບານ ​ເຢຍລະ​ມັນ ທ່ານ Steffen Seibert ​ແລ້ວ, ​ຖ້າ​ຫາກ​ແຫຼ່ງຂ່າວ​ດັ່ງກ່າວ​ຊັດ​ແຈນ, ນັ້ນ​ຈະ​ແມ່ນ​ການ​ກະທຳ​ບໍ່​ສາມາດ​ຮັບ​ຮູ້​ໄດ້, ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ຢ່າງ​ຮ້າຍ​ແຮງ ​ແລະ ຕ້ອງ​ຢຸດ​ໄວ້​ໃນ​ທັນທີ.

    ທ່ານ​ນາງ​ນາຍົກລັດຖະມົນຕີ Merkel ມີປະຕິ​ກິລິຍາ​ຢ່າງ​ແຮງ​ຄື​ດັ່ງກ່າວ​ພາຍຫຼັງ​ໜັງສືພິມ Spiegel (​ແບບຢ່າງ), ​ໃຫ້ຮູ້​ວ່າ: ນັກ​ສືບ ອາ​ເມ​ລິ​ກາ ​ໄດ້​ລັກ​ຟັງ​​ໂທລະສັບ​ຂອງ​ທ່ານ​ນາງ​ໃນ​ຫຼາຍປີຜ່ານມາ. ​​​ອົງການ​ສືບ​ລາຊະການ​ລັບ ສະຫະລັດ (BND) ​ແລະ ຫ້ອງການ​ປ້ອງ​ກັນ​ຄວາມ​ສະຫງົບສື່ສານ​ສະຫະລັດ ​ເຢຍລະ​ມັນ ໄດ້​ຢັ້ງຢືນແຫຼ່ງຂ່າວ​ດັ່ງກ່າວ​. ປະຕິກິລິຍາ​ກ່ຽວ​ກັບ​ຄຳ​ກ່າວ​ຫາ​ດັ່ງກ່າວ, ​ໂຄສົກ​ຂອງສະພາປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ Obama ​ໄດ້​ຢັ້ງຢືນ​ກັບ​ທ່ານ​ນາງ​ນາ​ຍົກລັດຖະມົນຕີ Merkel ວ່າ: ວໍ​ຊິງ​ຕັນ ບໍ່​ລັກ​ຟັງ​ໂທລະ​ສັບ​ຂອງ​​ທ່ານ​ນາງ Merkel.

ຂ່າວ/ບົດ​ອື່ນ