ເຢຍລະມັນເພີ່ມທະວີການປ້ອງກັນຄວາມສະຫງົບໃຫ້ກອງປະຊຸມສຸດຍອດG20

(VOVWORLD) - ຕຳຫຼວດ 20.000 ຄົນຈະໄດ້ຮັບການລະດົມເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂອງໂລກ (G20) ເຊິ່ງຄາດວ່າຈະຖືກຈັດຕັ້ງໃນວັນທີ 7 -8 ກໍລະກົດຈະມາເຖິງ ຢູ່ນະຄອນນີ້. 

ເຢຍລະມັນເພີ່ມທະວີການປ້ອງກັນຄວາມສະຫງົບໃຫ້ກອງປະຊຸມສຸດຍອດG20 - ảnh 1

ສະຖານທີ່ຈັດຕັ້ງກອງປະຊຸມ G20 

(ພາບ: EPA/TTXVN)

ວັນທີ 1 ກໍລະກົດ, ທ່ານ Olaf Scholz, ເຈົ້າຄອງນະຄອນ Hamburg ຂອງເຢຍລະມັນ ໃຫ້ຮູ້ວ່າ: ຕຳຫຼວດ 20.000 ຄົນຈະໄດ້ຮັບການລະດົມເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂອງໂລກ (G20) ເຊິ່ງຄາດວ່າຈະຖືກຈັດຕັ້ງໃນວັນທີ 7 -8 ກໍລະກົດຈະມາເຖິງ ຢູ່ນະຄອນນີ້. ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ເຢຍລະມັນກໍ່ໄດ້ສ້າງແຜນການຮັບມືກັບບັນດາການແຫ່ຂະບວນປະທ້ວງ, ການຈາລະຈົນທີ່ອາດສາມາດຈະເກີດຂຶ້ນໃນເວລາດຳເນີນກອງປະຊຸມ. ກະຊວງພາຍໃນ ເຢຍລະມັນ ໃຫ້ຮູ້ວ່າ: ປະເທດນີ້ເລີ່ມໝູນໃຊ້ບັນດາມາດຕະການຄວບຄຸມເຂດຊາຍແດນນັບແຕ່ວັນທີ 12 ມິຖຸນາຜ່ານມາ. ບັນດາມາດຕະການຄວບຄຸມໄດ້ຮັບການປະຕິບັດຢ່າງມີໄຫວພິບຢູ່ລຽບຕາມເຂດຊາຍແດນທາງບົກ, ທາງອາກາດ ແລະ ທາງທະເລຂອງເຢຍລະມັນເພື່ອແນໃສ່ສະກັດກັ້ນບັນດາເປົ້າໝາຍທີ່ມີແຜນການໃຊ້ຄວາມຮຸນແຮງແຊກແຊງເຂົ້າເຂດດິນແດນ. ເລື່ອງໝູນໃຊ້ບັນດາມາດຕະການຈະແກ່ຍາວຮອດວັນທີ 11 ກໍລະກົດ ດ້ວຍການໜູນຊ່ວຍຂອງບັນດາປະເທດບ້ານໃກ້ເຮືອນຄຽງ ກໍ່ຄືຂອງຄະນະກຳມະການເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ