ເຢຍ​ລະ​ມັນ​ແມ່ນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອຫຼາຍ​ທີ່​ສຸດ​ໃນ​ໂລກ

(VOVWORLD) -ເຢຍລະມັນແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນໂລກ, ດ້ວຍ 86.000 ຄົນ.
ເຢຍ​ລະ​ມັນ​ແມ່ນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອຫຼາຍ​ທີ່​ສຸດ​ໃນ​ໂລກ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່  Berlin, ເຢຍລະມັນ (ພາບ: AFP/TTXVN)
 

        ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອກວ່າ 497.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 1,9 ລ້ານຄົນຕື່ມອີກ. ເຢຍລະມັນແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນໂລກ, ດ້ວຍ 86.000 ຄົນ, ໃນຂະນະນັ້ນ, ອາເມລິກາ ຢັ້ງຢືນມີຜູ້ເສຍຊີວິດຫຼາຍທີ່ສຸດພາຍໃນວັນໃນໂລກ, ດ້ວຍ 291 ຄົນ.

        ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຢ່າງໜັກໜ່ວງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 83,5 ລ້ານ ແລະ ຜູ້ເສຍຊີວິດກວ່າ 1 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ