ເຢແມນສົ່ງເສີມການສ້າງຕັ້ງລັດຖະບານໃໝ່

ເຢແມນສົ່ງເສີມການສ້າງຕັ້ງລັດຖະບານໃໝ່  - ảnh 1
ການ​ແຫ່​ຂະ​ບວນ​ປະ​ທ້ວງ​ໄດ້​ເກີດ​ຂຶ້ນ​ພາຍຫຼັງ​ລັດ​ຖະ​ບານ​ປະ​ກາດ​ລາ​ຄາ​ເຊື້ອ​ໄຟ​ເພີ່ມ​ຂຶ້ນ.    (ພາບ: Getty Images)

(vovworld)- ວັນ​ທີ 1/11ໂດຍ​ພາຍ​ໃຕ້​ການ​ເປ​ັນ​ສັກ​ຂີ​ພິ​ຍານ​ຂອງ​ທູ​ດພິເສດ ສ.ປ.ຊ Jamal Benomar , ບັນ​ດາ​ພັກ​ຝ່າຍ​ການ​ເມືອງ​ໃຫ​ຍ່​ຢູ່ ເຢ​ແມນ, ໃນ​ນັ້ນ ມີ​ກຳ​ລັງ​ກະ​ບົດ Houthi ໄດ້​ເຊັນ​ຂໍ້​ຕົກ​ລົງ​ກັນ, ຕາມນັ້ນ​ແລ້ວ ແມ່ນມອບ​ສິດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່ ແນ​ໃສ່​ບັນ​ເທົ່າ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ທີ່​ທຳ​ລາຍ​ປະ​ເທດ​ທີ່​ທຸກ​ຍາກນີ້. ຖະ​ແຫຼງ​ການ​ໄດ້​ຖືກ​ສົ່ງ​ມາ​ຈາກ 13 ພັກ​ຝ່າຍ​ການ​ເມືອງ ໂດຍ​ຊີ້​ແຈ້ງວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢ​ແມນ Khaled bahah ຈະ​ເລືອກ​ເຟັ້ນ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ໂດຍ​ມີ​ການ​ທາບ​ທາມ​ຄຳ​ເຫັນ​ຂອງ​ປະ​ທາ​ນາ​​ທິ​ບໍ​ດີ Mansour Hadi . ຕາມ​ຂໍ້​ຕົກ​ລົງ​ກັນ, ບັນ​ດາ​ພັກ​ບໍ່​ມີ​ຜູ້​ຕາງ​ໜ້າ​ໃນ​ອົງ​ການ​ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ບົ່ງ​ຕົວ​​ຜູ້ສະ​ໝັກ​ເລືອ​ກຕັ້ງໃຫ້​ແກ່​ບັນ​ດາ​ກະ​ຊວງ. ໂດຍ​ອີງ​ໃສ່​ພື້ນ​ຖານນັ້ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈະ​ເລືອກ​ເອົາຜູ້ສະ​ໝັກ​ເລືອ​ກຕັ້ງທີ່​ເໝາະ​ສົມ​ໃຫ້​ແຕ່​ລະ​ຕຳ​ແໜ່ງ.

ຂ່າວ/ບົດ​ອື່ນ