ເລຂາຄະນະພັກນະຄອນຮ່າໂນ້ຍຢ້ຽມຢາມ VOV

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 – 21/06/2017) 

ເລຂາຄະນະພັກນະຄອນຮ່າໂນ້ຍຢ້ຽມຢາມ VOV - ảnh 1ທ່ານ ຮ່ວາງຈູງຫາຍ ແລະ ທ່ານ ຫງວຽນເທ໋ກີ

ຕອນບ່າຍວັນທີ 16 ມິຖຸນາ ທີ່ສູນກະຈາຍສຽງແຫ່ງຊາດ, ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ຮ່ວາງຈູງຫາຍ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ລົງຢ້ຽມຢາມ, ອວຍພອນພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ ແລະ ຄົນງານທີ່ເຮັດວຽກຢູ່ ວິທະຍຸກະຈາຍສຽງ ຫວຽດນາມ. ນະທີ່ນີ້, ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ພວມພັດທະນານກາຍເປັນສູນສື່ມວນຊົນປະສົມທີ່ໝັ້ນຄົງເຂັ້ມແຂງໃນທົ່ວປະເທດ. ດ້ວຍຈິດໃຈ ແລະ ຄວາມຮັບຜິດຊອບຂອງຕົນ, ວິທະຍຸກະຈາຍສຽງ ຫວຽດນາມ ຈະຮຽງບ່າຮຽງໄລ່ພ້ອມກັບນະຄອນໃນທຸກຂົງເຂດ, ກໍ່ສ້າງນະຄອນຫລວງໃຫ້ນັບມື້ນັບພັດທະນາ, ທັນສະໄໝ, ສີວິໄລ.

        ສ່ວນທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຮ່ວາງຈູງຫາຍ ຊີ້ແຈ້ງວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສຳເລັດໜ້າທີ່ດີເດັ່ນ ນຳທັດສະນະຂອງພັກ, ລັດ ເຖິງປະຊາຊົນໃນທົ່ວປະເທດ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ຄືບັນດາປະເທດໃນໂລກ. ໃນວິວັດທະນາການນັ້ນ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ພັດທະນາ ແລະ ສ້າງຜະລິດຕະພັນຫລາຍຢ່າງເພື່ອຮັບໃຊ້ສັງຄົມ. ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຮ່ວາງຈູງຫາຍ ເຊື່ອໝັ້ນວ່າ ດ້ວຍຖັນແຖວພະນັກງານທີ່ໜ້າໄວ້ເນື້ອເຊື່ອໃຈ, ມີວິຊາຊີບ, ວິທະຍຸກະຈາຍສຽງ ຫວຽດນາມ ຈະສືບຕໍ່ຕິດຕາມພຶດຕິກຳຕົວຈິງຂອງນະຄອນ, ສ່ອງແສງ ບັນດາເຫດການທີ່ດຳເນີນໄປໃນບໍລິເວນຢ່າງຊັດເຈນ, ທັນການ, ເຂົ້າຮ່ວມການສ້າງນະຄອນຫລວງໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ