ເລຂາຄະນະພັກນະຄອນຮ່າໂນ້ຍຢ້ຽມຢາມແລະເຮັດວຽກກັບສະມາຄົມນັກຮົບເກົ່າ

ເລຂາຄະນະພັກນະຄອນຮ່າໂນ້ຍຢ້ຽມຢາມແລະເຮັດວຽກກັບສະມາຄົມນັກຮົບເກົ່າ - ảnh 1
ເລຂາຄະນະພັກນະຄອນຮ່າໂນ້ຍຢ້ຽມຢາມແລະເຮັດວຽກກັບສະມາຄົມນັກຮົບເກົ່າ
(ພາບ: hanoimoi.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/4, ທ່ານ ຮ່ວາງ​ຈູງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ເລຂາ​ຄະນະ​ພັກ​ນະຄອນ​ ຮ່າ​ໂນ້ຍ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ໄປຢ້ຽມຢາມ ແລະ ເຮັດ​ວຽກ​ກັບ​ສະມາຄົມ​ນັກຮົບ​ເກົ່ານະຄອນ ຮ່າ​ໂນ້ຍ. ທ່ານເລຂາ​ຄະນະ​ພັກ​ນະຄອນ ​ຮ່າ​ໂນ້ຍ ຫວັງ​ວ່າ, ສະມາຄົມ​ນັກຮົບ​ເກົ່າ​ນະຄອນ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ນັກຮົບ​ເກົ່າ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ຕ້ານ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ; ຕ້ານ​ບັນດາ​ທັດສະນະ​ທີ່​ຜິດພາດ; ​ຮັກສາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ. ​ໃນ​ຕໍ່ໜ້າ​ແມ່ນ​ເຂົ້າ​ຮ່ວມ​ການເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນນະຄອນ ຮ່າ​ໂນ້ຍ, ອາຍຸ​ການ 2016-2021, ຮັບປະກັນ​ໃຫ້ການ​ເລືອກ​ຕັ້ງ​ມີ​ປະຊາທິປະ​ໄຕ, ຖືກຕ້ອງ​ຕາມກົດໝາຍ, ປອດ​ໄພ, ປະຢັດ, ກາຍ​ເປັນ​ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ​ຢ່າງ​ແທ້​ຈິງ.


ຂ່າວ/ບົດ​ອື່ນ