ເລຂາຄະນະພັກນະຄອນຮ່າໂນ້ຍຮ່ວາງຈູງຫາຍອວຍພອນສະມາຄົມສາສະໜາໂປເຕສຕັງຮ່າໂນ້ຍ

ເລຂາຄະນະພັກນະຄອນຮ່າໂນ້ຍຮ່ວາງຈູງຫາຍອວຍພອນສະມາຄົມສາສະໜາໂປເຕສຕັງຮ່າໂນ້ຍ - ảnh 1
ເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈູງຫາຍ
ອວຍພອນສະມາຄົມສາສະໜາໂປເຕສຕັງຮ່າໂນ້ຍ
(ພາບ: baomoi.com)

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 11/10, ທ່ານ ຮ່ວາງ​ຈູງ​ຫາຍ ​ເລ​ຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ພ້ອມ​ກັບ​ການ​ນຳ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​​ໄດ້​ໄປຢ້ຽມຢາມ, ອວຍພອນ​ສະມາຄົມ​ສາສະໜາ​ໂປ​ເຕສຕັງ ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນສ້າງຕັ້ງ​ສະມາຄົມ​ສາສະໜາ​ໂປ​ເຕສຕັງຢູ່​ ຮ່າ​ໂນ້ຍ. ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່ວາງ​ຈູງ​ຫາຍ ສະ​ແດງ​ຄວາມ​ປາດ​ຖະໜາ ສະມາຄົມ​ສາສະໜາ​ໂປ​ເຕສຕັງ ຮ່າ​ໂນ້ຍ ຈະສືບ​ຕໍ່ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາອົງການ, ຄະນະ, ຂະ​ແໜງ​ການ​ທ້ອງ​ຖິ່ນ, ​ແນະນຳເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນຜູ້​ຖື​ສາສະໜາ​ໂປ​ເຕສຕັງ​ດຳລົງ​ຊີວິດ​​ໃນ​ຄວາມຜາ​ສຸກ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ, ຮ່ວມ​ເດີນທາງ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາຊົນ​ກໍ່ສ້າງ​ນະຄອນຫລວງ​ສີ​ວິ​ໄລ, ທັນ​ສະ​ໄໝ. ຕາງໜ້າ​ສະມາຄົມ​ສາສະໜາ​ໂປ​ເຕສຕັງ ຮ່າ​ໂນ້ຍ ​ແລະ ພໍ່​ແມ່ປະຊາຊົນຜູ້​ເຊື່ອ​ຖື​ສາສະໜາ​ໂປ​ເຕສຕັງ, ບາດ​ຫລວງ ບູຍກວກ​ຟອງ ​ໄດ້ຂອບ​ໃຈຕໍ່​ອາ​ລົບ​ຈິດ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ​ນະຄອນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ສາສະໜາ​ໂປ​ເຕສຕັງ​ຢູ່ ຮ່າ​ໂນ້ຍ

ຂ່າວ/ບົດ​ອື່ນ