ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ອວຍພອນວັນບຸນຄຼິດມາດ ບັນດາຜູ້ມີຍົດສັກຕຳແໜ່ງຊາວຄຼິດ

(VOVWORLD) - ຢູ່ບັນດາສະຖານທີ່ມາຢ້ຽມຢາມ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງບັນດາສັງຄະລາດ, ບັນດາຜູ້ມີຍົດສັກ ແລະ ພໍ່ແມ່ປະຊາຊົນຊາວຄຼິດ
 
ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ອວຍພອນວັນບຸນຄຼິດມາດ ບັນດາຜູ້ມີຍົດສັກຕຳແໜ່ງຊາວຄຼິດ - ảnh 1 ທ່ານ ຫງວຽນທ້ຽນເຍີນ ແລະ ທ່ານ ບຸ່ຍວັນດອກ

ເນື່ອງໃນໂອກາດວັນບຸນ ຄຼິດມາດ ປີ 2017 ແລະ ບຸນປີໃໝ່ສາກົນ 2018, ຕອນເຊົ້າວັນທີ 19 ທັນວາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ລົງຢ້ຽມຢາມ, ອວຍພອນຢູ່ສຳນັກສັງຄະລາດ, ສັງຄະນາຍົກ ບຸ່ຍວັນດອກ, ຢ້ຽມຢາມ ຫ້ອງການສະພາເຈົ້າອາວາດ ຫວຽດນາມ ແລະ ບັນດາສັງຄະລາດຜູ້ຊ່ວຍວຽກຢູ່ທີ່ນີ້. ຢູ່ບັນດາສະຖານທີ່ມາຢ້ຽມຢາມ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງບັນດາສັງຄະລາດ, ບັນດາຜູ້ມີຍົດສັກ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ເນື່ອງໃນໂອກາດວັນບຸນ ຄຼິດມາດ ແລະ ບຸນປີໃໝ່ສາກົນຈະມາເຖິງ. ທ່ານເລຂາຄະນະພັກ ຫງວຽນທ້ຽນເຍີນ ອວຍພອນໃຫ້ບັນດາຜູ້ມີຍົດສັກຕຳແໜ່ງ ແລະ ປະຊາຄົມຊາວຄິຼດໃນນະຄອນ ຕ້ອນຮັບວັນບຸນຄິຼດມາດ ດ້ວຍຄວາມສະຫງົບສຸກ.

        ທ່ານເລຂາຄະນະພັກ ຫງວຽນທ້ຽນເຍີນ ຮັບຮູ້ບັນດາການປະກອບສ່ວນຂອງປະຊາຄົມຜູ້ມີຍົດຖາບັນດາສັກ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ເຂົ້າໃນການພັດທະນາຂອງນະຄອນໃນໄລຍະຜ່ານມາ, ພິເສດໃນບັນດາຂົງເຂດຄື: ວັດທະນະທຳ, ການສຶກສາ, ມະນຸດສະທຳ, ວຽກງານການກຸສົນ, ຄວາມປອດໄພທາງຄົມມະນາຄົມ… ທ່ານເລຂາຄະນະພັກຫວັງວ່າ, ໃນໄລຍະຈະມາເຖິງ, ພໍ່ແມ່ປະຊາຊົນຊາວຄຼິດ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນນະຄອນສ້າງນະຄອນ ໂຮ່ຈີມິນ ໃຫ້ກາຍເປັນຕົວເມືອງສະຫຼາດ, ຮັ່ງມີ, ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ