ເລຂາທິການຜູ້ທີ1ສູນກາງຄະນະຊາວໜຸ່ມໂອ້ລົມສົນທະນາກັບຊາວໜຸ່ມ

ເລຂາທິການຜູ້ທີ1ສູນກາງຄະນະຊາວໜຸ່ມໂອ້ລົມສົນທະນາກັບຊາວໜຸ່ມ - ảnh 1
ທ່ານ ຫງວຽນດັກ​ວີ​ງໂອ້​ລົມ​ສົນທະນາຜ່ານ​ທາງ​ເຄືອ​ຂ່າຍ
​ອິນ​ເຕີ​ແນັດ​ກັບສະມາຊິກຄະນະ​ຊາວ​ໜຸ່ມ
(ພາບ: VGP)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 14/03, ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກລັດຖະບານ, ທ່ານ ຫງວຽນດັກ​ວີ​ງ ​ເລຂາທິການ​ຜູ້​ທີ 1 ສູນ​ກາງ​ຄະນະຊາວ​ໜຸ່ມ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ​​ໄດ້​ໂອ້​ລົມ​ສົນທະນາຜ່ານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກັບສະມາຊິກຄະນະ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “​ໄວ​ໜຸ່ມປະຈັນບານ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”. ທີ່​ການ​​ໂອ້​ລົມ​ສົນທະນາ ທ່ານ ຫງວຽນ​ດັກ​ວີ​ງ ​ໄດ້​ຮັບ​ຟັງ​ແນວ​ຄິດ​ຈິດໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ; ຮັບ​ເອົາ​ບັນດາ​ຂໍ້​ສະ​ເໜີ, ຂໍ້​ສະ​ເໜີ​ແນະ, ປະກອບ​ຄຳ​ເຫັນຂອງ​ສະມາຊິກຄະນະ​ຊາວ​ໜຸ່ມ​ໃຫ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ ຫງວຽນດັກ​ວີ​ງ ​ໃຫ້​ຮູ້​ວ່າ:

        “ກ່ອນ​ອື່ນ​ໝົດ​ແມ່ນ​ສະ​ເ​ໜີ​ແນະ​ແກ້​ໄຂ​ບັນດາສິ່ງ​ຕິດ​ຂັດ​ກ່ຽວ​ກັບ​ນະ​ໂຍບາຍ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ພວກ​​ເພື່ອນ​ມີ​ຄວາມ​ສະດວກ​ໃນວິວັດ​ການ​ເລີ່​ມດຳ​ເນີນ​ອາຊີບ. ພວກ​​ຂ້າພະ​​ເຈົ້າຄິດ​ວ່າ ຕ້ອງ​ໜູນ​ຊ່ວຍ​ພວກ​​ເພື່ອນ​ກ່ຽວ​ກັບ​ດ້ານ​ກົດໝາຍ ​ເພື່ອ​ໃຫ້​ພາກ​​ເພື່ອນ​ຄຸ້ມ​ຄອງ​ວິ​ສາ​ຫະກິດ ຫຼື ຮູບ​ແບບ​ເສດຖະກິດ​ຂອງ​ຕົນ​ຖື​ກຕາມ​ກົດໝາຍ; ໜູນ​ຊ່ວຍຄວາມ​ຮູ້​ດ້ານຄຸ້ມ​ຄອງ​ວິ​ສາ​ຫະກິດ, ຮູບ​ແບບ​ເສດຖະກິດ; ໜູນ​ຊ່ວຍ​ຊາວ​ໜຸ່ມ​ໃນ​ບັນຫາ​ກູ້​ຢືມ​ທຶນ ​ເພື່ອ​ພັດທະນາ​ການ​ຜະລິດ”.

ຂ່າວ/ບົດ​ອື່ນ