ເລຂາທິການໃຫຍ່ NATO ຢ້ຽມຢາມ ສ ເກົາຫຼີ ແລະ ຍີ່ປຸ່ນ ໃນອາທິດໜ້າ

(VOVWORLD) - ການຢ້ຽມຢາມໄດ້ດຳເນີນໃນສະພາບການ ລັດຖະບານ ຂອງທ່ານປະທານາທິບໍດີ Yoon Suk- yeol ພວມຍູ້ແຮງການພົວພັນກັບ NATO.
ເລຂາທິການໃຫຍ່ NATO ຢ້ຽມຢາມ ສ ເກົາຫຼີ ແລະ ຍີ່ປຸ່ນ ໃນອາທິດໜ້າ - ảnh 1ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການສົນທິສັນຍາອັກລັງຕິກເໜືອ (NATO)
(ພາບ:AFP/TTXVN)

ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ຈະໄປຍັງ ເຊີອຸນ ໃນວັນທີ 29 – 30 ມັງກອນ, ພົບປະກັບບັນດາເຈົ້າໜ້າທີ່ລັດຖະບານ ສ ເກົາຫຼີ, ໃນນັ້ນມີທ່ານລັດຖະມົນຕີການຕ່າງປະເທດ Park Jin ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Lee Jong – sup. ການຢ້ຽມຢາມໄດ້ດຳເນີນໃນສະພາບການ ລັດຖະບານ ຂອງທ່ານປະທານາທິບໍດີ Yoon Suk- yeol ພວມຍູ້ແຮງການພົວພັນກັບ NATO. ເດືອນ ມິຖຸນາ ປີ 2022, ທ່ານ Yoon Suk-yeol ກາຍເປັນການນຳ ສ ເກົາຫຼີ ຄົນທຳອິດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ NATO.

        ພາຍຫຼັງການໄປປະຕິບັດງານຢູ່ ສ ເກົາຫຼີ, ຄາດວ່າ, ທ່ານ Jens Stoltenberg ຈະສືບຕໍ່ໄປປະຕິບັດງານຢູ່ ຍີ່ປຸ່ນ ເປັນເວລາ 2 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ