ເລຂາທິການໃຫຍ່ Nguyen Phu Trong ເຂົ້າຮ່ວມພິທີໂຮມຊຸມນຸມມິດຕິງມິດຕະພາບສາມັກຄີ

ເລຂາທິການໃຫຍ່ Nguyen Phu Trong ເຂົ້າຮ່ວມພິທີໂຮມຊຸມນຸມມິດຕິງມິດຕະພາບສາມັກຄີ - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong ເຂົ້າ​ຮ່ວມ​ພິທີ​​ໂຮມ​ຊຸມນຸມ​ມິດ​ຕິງ​ມິດຕະພາບ ສາມັກ​ຄີ​ເຊິ່ງຖືກ​ຈັດ​ຕັ້ງ​ຢູ່ ຂົວ​ທ່າ​ກຳປັ່ນ Lavana
(ພາບ: ສຳນັກຂ່າວສານຫວຽນາມ)

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ສັນຖະວະ​​ໄມຕີ ສ ກູ​ບາ, ວັນ​ທີ 11/4, ທ່ານ​ເລຂາທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ເຂົ້າ​ຮ່ວມ​ພິທີ​​ໂຮມ​ຊຸມນຸມ​ມິດ​ຕິງ​ມິດຕະພາບ ສາມັກ​ຄີ​ເຊິ່ງຖືກ​ຈັດ​ຕັ້ງ​ຢູ່ ຂົວ​ທ່າ​ກຳປັ່ນ Lavana, ນະຄອນຫຼວງ Lahabana ​ແລະ ​ໂອ້​ລົມ​ກັບ​ປະຊາຊົນ​ນະຄອນຫຼວງ, ຢ້ຽມຢາມ​ໂຄງການ​ຮ່ວມ​ມື​ຜະລິດ​ເຂົ້າ​ສານ​ລະຫວ່າງ​ຫວຽດນາມ - ກູ​ບາ ຢູ່​ເມືອງ Palaxiot, ​ແຂວງ Pinar del Rio ​ເຊິ່ງ​ແມ່ນ​ແຂວງ​ກະສິກຳ​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ຂອງ ກູບາ. ເມື່ອໂອ້ລົມກັບ​ປະຊາຊົນ​ເມືອງ Palaxiot, ທ່ານ​ເລຂາທິການ​ໃຫຍ່ ​ເນັ້ນ​ໜັກ​ວ່ານ້ຳ​ໃຈ​ສາມັກ​ຄີ ​​ແລະ ມິດຕະພາບ​ທີ່​ສະ​ໜິດສະໜົມ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ​ໃນ​ຕະຫຼອດ 4 ສະຕະວັດ​ຜ່ານ​ມາ​ໄດ​້ຮັບ​ການ​ປັບປຸງ ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ກາຍ​ເປັນ​ແບບຢ່າງ​ແຫ່ງ​ນ້ຳ​ໃຈ​ສາມັກຄີ​ບໍລິ​ສຸດ​ຜຸດ​ຜ່ອງ, ​ໂປ່​ງ​ໃສ ​ແລະ ​ແມ່ນ​ຊັບສົມບັດ​ອັນ​ລ້ຳ​ຄ່າ​ເຊິ່ງ 2 ປະ​ເທດ​ຍາມ​ໃດ​ກໍ່​ຮັກສາ ​ແລະ ​ເພີ່ມ​ພຸມຄຸນ​ສ້າງ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈງ​ວ່າ: ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ຄື​ປະຈຸ​ບັນ, ຫວຽດນາມ ຍາມ​ໃດ​ກໍ​ຮູ້​ບຸນຄຸນ​ບັນດາ​ເພື່ອ​ນມິດສາ​ກົນ​ຄື​ ກູ​ບາ, ທ່ານ​ເວົ້າ​ວ່າ:

“ສຳລັບ​ປະຊາຊົນ​ຫວຽດນາມ​​ ​ແລ້ວ, ສາມັກຄີ​ກັບ ກູ​ບາ​ແມ່ນ​ຄຳ​ສັ່ງ​ຈາກ​ຫົວ​ໃຈ ​ແລະ ມັນສະໝອງ. ຫວຽດນາມ ຮູ້​ບຸນຄຸນ​ຕໍ່ພັກ ​ແລະ ປະຊາຊົນ​ກູ​ບາ ອ້າຍ​ນ້ອງ​ກ່ຽວ​ກັບ​ຄວາມ​ສາມັກຄີ, ສະໜັບສະໜູນ​ທີ່​ລ້ຳ​ຄ່າ​ຕໍ່​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ທົ່ວ​ວິວັດທະນາ​ການ​ປະຕິວັດ​ຫວຽດນາມ ຕະຫຼອດ​ໄປ. ຮູບ​ພາບ​ຂອງ​ປະທານ Fidel ​ເຊີດ​ຊູຄັນ​ທຸງ​ຂອງ​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ພາກ​ໃຕ້​ຫວຽດນາມ ຢູ່​ທີ່​ແຂ​ວງ ກວາງ​ຈີ້ ​ແລະ ຄຳ​ເວົ້າ​ໂດ​ງດັງ​ “​ເພື່ອ​ຫວຽດນາມ, ກູ​ບາ ກຽມພ້ອມ​ອຸທິດ​ສ່ວນ​ເລືອດ​ເນື້ອ​ຂອງ​ຕົນ” ຍາມ​ໃດ​ກໍ່ຝັງ​ເລິກ​ໃນ​ດວງ​ໃຈຂອງ​ປະຊາຊົນ​ຫວຽດນາມ​ແຕ່ລະຄົນ”

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ມອບ​ເຂົ້າສານ 5.000 ​ໂຕນໃຫ້​ປະຊາຊົນ ກູ​ບາ​ອ້າຍ​ນ້ອງ, ສະ​ແດງ​​ໃຫ້​ເຫັນ​ໃຈ​ສາມັກຄີ, ຍາມ​ໃດ​ກໍ່​ສະໜັບ​ສະ​ໜູນ​ກັນ.

​ເມື່ອ​ມາ​ຢ້ຽມຢາມ​ໂຄງການ​ຮ່ວມ​ມື​ຜະລິດ​ເຂົ້າສານ​ລະ​ຫວ່າງ​ຫວຽດນາມ ​ແລະ ກູ​ບາ ຢູ່​ແຂ​ວງ Pinar del Rio, ທ່ານ​ເລຂາທິການ​​ໃຫຍ່​ຖື​ວ່າ: ນີ​້ແມ່ນ​ໂຄງການ​ມີ​ຄວາມ​ໝາຍ​ທີ່​ສຸດ, ​ແມ່ນ​ຮູບ​ແບບ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ບົນ​ຈິ​ດ​ໃຈ​ຖານ​ສະ​ຫາຍອ້າ​ຍນ້ອງ​ລະຫວ່າງ​ຫວຽດນາມ ​ແລະ ກູ​ບາ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈງ​ວ່າ: ບັນດາ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ​ໃນ​ການ​ປູກ​ເຂົ້າ​ສະ​ແດງ​ໃຫ້​ເຫັນ​ວ່າ: 2 ຝ່າຍ​ພວມ​ກ້າວ​ເດີນ​ຢ່າງ​ຖືກ​ທິດ ​ແລະ ນີ້​ແມ່ນ​ປະຖົມ​ປັດ​​ໄຈ ​ເພື່ອ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວວມື​ຜະລິດ​ບໍ່​ພຽງ​ແຕ່​ເຂົ້າສານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຫຼາຍ​ຊະນິດ​ອື່ນ​ອີກດ້ວຍ. ພ້ອມ​ກັນ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ໂຄງການ​ຮ່ວມ​ມື​ນັບ​ມື້​ນັບ​ເລິກ​ເຊິ​່ງ ​ແລະ ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ