ເລຂາທິການໃຫຍ່, ປະທານປະເທດ ຈີນ ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈອະດີດເລຂາທິການໃຫຍ່ ໂດເມື່ອຍ ເຖິງແກ່ມໍລະນະກຳ

(VOVWORLD) - ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ປັກກິ່ງ ປະເທດ ຈີນ ແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄອບຄົວຍາດຕິພີ່ນ້ອງອະດີດເລຂາທິການໃຫຍ່ ໂດເມື່ອຍ.
ເລຂາທິການໃຫຍ່, ປະທານປະເທດ ຈີນ ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈອະດີດເລຂາທິການໃຫຍ່ ໂດເມື່ອຍ ເຖິງແກ່ມໍລະນະກຳ - ảnh 1 ອະດີດເລຂາທິການໃຫຍ່ ໂດເມື່ອຍ (ພາບ: TTXVN)

ເນື້ອໃນສານມີຕອນຂຽນວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງເຖິງຄອບຄົວອະດີດເລຂາທິການໃຫຍ່ ໂດເມື່ອຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເຊື່ອໝັ້ນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະຫັນຄວາມເຈັບປວດນີ້ເປັນກຳລັງແຮງ, ສືບຕໍ່ບັນລຸໄດ້ຜົນງານຫລາຍຢ່າງໃນພາລະກິດສ້າງສາສັງຄົມນິຍົມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ກໍ່ສະແດງຄວາມປາດຖະໜາຢາກປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຈີນ, ລົງເລິກການຮ່ວມມື, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ສືບຕໍ່ພັດທະນາເປັນປົກກະຕິ ແລະ ປອດໃສ.

ຕອບກັບ

ຂ່າວ/ບົດ​ອື່ນ