ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ນາ​ຍົກ​ລັດ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຈະ​ໄປ​ຢ້ຽມ​ຢາມ ຫວຽດ​ນາມ

(VOVWORLD) - ທ່ານ ອວາງອວນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຕີລາຄາວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະປຶກສາຫາລືກ່ຽວກັບການຍົກ ການພົວພັນສອງຝ່າຍຂຶ້ນລະດັບໃໝ່, ສຸມໃສ່ເຂົ້າ 6 ຂົງເຂດ
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ນາ​ຍົກ​ລັດ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຈະ​ໄປ​ຢ້ຽມ​ຢາມ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ , ປະທານປະເທດ ສປ.ຈີນ ສີຈິ້ນຜິງ
(ພາບ: TTXVN)

ຕາມແຈ້ງການຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ອອກໃນວັນທີ 7 ທັນວາແລ້ງ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ , ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະມາຢ້ຽມຢາມປະເທດ ສສ.ຫວຽດນາມ ທາງລັດຖະກິດ. ການຢ້ຽມຢາມຈະດຳເນີນໃນລະຫວ່າງວັນທີ 12 – 13 ທັນວາປີ 2023.

ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນທີ່ໄດ້ດຳເນີນໃນຕອນບ່າຍວັນທີ 7 ທັນວາ, ຢູ່ປັກກິ່ງ, ທ່ານ ອວາງອວນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຕີລາຄາວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະປຶກສາຫາລືກ່ຽວກັບການຍົກ ການພົວພັນສອງຝ່າຍຂຶ້ນລະດັບໃໝ່, ສຸມໃສ່ເຂົ້າ 6 ຂົງເຂດໃຫຍ່ລວມມີ: ການເມືອງ, ຄວາມໝັ້ນຄົງ, ການຮ່ວມມືແທດຈິງ, ພື້ນຖານຫາງສຽງ, ຫຼາຍຝ່າຍ ແລະ ບັນດາບັນຫາຢູ່ທະເລ, ຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກ່ວາເກົ່າ. ຕາມທ່ານ ໂຄສົກແລ້ວ, ສິ່ງນີ້ມີຜົນປະໂຫຍດໃຫ້ແກ່ສອງປະເທດ ທີ່ພ້ອມກັນເດີນບົນເສັ້ນທາງທີ່ພົ້ນເດັ່ນຂອງແຕ່ລະປະເທດ, ພ້ອມກັນເຮັດໃຫ້ ເສັ້ນທາງມຸ່ງໄປເຖິງທັນສະໄໝຂອງບັນດາປະເທດພວມພັດທະນາ ເປັນອຸດົມສົມບູນ, ນຳຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ.

ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານ Samdech Moha Bovor Thipadei Hun Manet ນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ການຢ້ຽມຢາມຈະດຳເນີນໃນລະຫວ່າງວັນທີ 11 – 12 ທັນວາປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ