ເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ການຢ້ຽມຢາມປະຕິບັດຕາມຄຳເຊີື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ. ພິທີຕ້ອນຮັບທາງການທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 19 ທັນວາ
ເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ເລຂາທິການໃຫຍ່ 2 ປະເທດ  ຫວຽດນາມ ແລະ ລາວ ທີ່ພິທີຕ້ອນຮັບ

ວັນທີ 19 ທັນວາ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ  ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 19 – 21 ທັນວາ. ການຢ້ຽມຢາມປະຕິບັດຕາມຄຳເຊີື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ. ພິທີຕ້ອນຮັບທາງການທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 19 ທັນວາ, ທີ່ທຳນຽບປະທານປະເທດ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ.

        ກ່າວຄຳເຫັນທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ:

        “ການຢ້ຽມຢາມຂອງທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ, ມີຄວາມໝາຍປະຫວັດອັນເລິກເຊິ່ງ, ໃນຂະນະທີ່ 2 ປະເທດຫາກໍ່ຈັດຕັ້ງປີສາມັກຄີມິດຕະພາບ 2017, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ ປະສົບຜົນສຳເລັດ. ການຢ້ຽມຢາມ ນຳມາເຊິ່ງໃຫ້ປະຊາຊົນ ຫວຽດນາມ ອາລົມຈິດອັນເລິກເຊິ່ງ, ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ຄວາມສະໜິດຕິດພັນ, ບໍລິສຸດຜຸດຜ່ອງຂອງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ.”

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຂອບອົກຂອບໃຈການຕ້ອນຮັບຂອງບັນດາການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ຄະນະຜູ້ແທນຂັ້ນສູງ ສປປ ລາວ.

ເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 2 ການເຈລະຈາລະຫວ່າງ 2 ຝ່າຍ

        ທີ່ການເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນທິດທາງ, ມາດຕະການເພື່ອພັດທະນາການພົວພັນລະຫວ່າງ 2 ພັກ, 2 ປະເທດ ກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳ 2 ທ່ານເນັ້ນໜັກເຖິງຜົນສຳເລັດ ແລະ ຄວາມໝາຍປະຫວັດສາດຂອງປີສາມັກຄີມິດຕະພາບ ຫວຽດນາມ  - ລາວ, ລາວ - ຫວຽດນາມ 2017, ຖືນີ້ແມ່ນຂີດໝາຍສຳຄັນໃນການພົວພັນ 2 ປະເທດ; ພ້ອມທັງຢັ້ງຢືນຜົນສຳເລັດຂອງປີສາມັກຄີ, ມິດຕະພາບ 2017 ໄດ້ປະກອບສ່ວນເຮັດໃຫ້ເພື່ອນມິດສາກົນເຂົ້າໃຈແຈ້ງ ກ່ຽວກັບຄຸນນະທາດອັນດີງາມ, ບໍລິສຸດຂອງການພົວພັນ ຫວຽດນາມ  - ລາວ.

        ການນຳ 2 ທ່ານເຫັນດີເປັນເອກະພາບສືບຕໍ່ສົມທົບກັນປະຕິບັດຢ່າງມີປະສິດທິຜົນບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ; ບັນດາຖະແຫຼງການຮ່ວມ ຫວຽດນາມ - ລາວ; ສືບຕໍ່ເພີ່ມທະວີ ແລະ ນຳການພົວພັນທາງດ້ານການຄ້າກ້າວເຂົ້າສູ່ລວງເລິກ; ແບ່ງປັນບົດຮຽນ ກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງໝັ້ນຄົງເຂັ້ມແຂງ… 2 ຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.

        ກ່ຽວກັບບັນຫາທະເລຕາເວັນອອກ, ການນຳ 2 ປະເທດເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ; ເຫັນດີເປັນເອກະພາບບັນດາການຂັດແຍ້ງ ຜືນແຜ່ນດິນ; ທະເລໝູ່ເກາະຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຖະແຫຼງການວ່າດ້ວຍການປະພຶດຢູ່ທະເລຕາເວັນອອກລະຫວ່າງ ອາຊຽນ ແລະ ຈີນ (DOC), ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)…

ເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 3 ພາບປະກອບ

        ພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນສັກຂີພິຍານພິທີລົງນາມ “ສັນຍາລະຫວ່າງລັດຖະບານ ປະເທດ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ກ່ຽວກັບແຜນຮ່າງກໍ່ສ້າງສຳນັກງານສະພາແຫ່ງຊາດລາວ”; ມອບໃບຢັ້ງຢືນບໍລິສັດຫຸ້ນສ່ວນທ່າກ່ຳປັ່ນສາກົນ ລາວ - ຫວຽດນາມ ໃຫ້ຝ່າຍລາວ ແລະ ຊຸດປື້ມ “ເສັ້ນທາງມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”.

       ແລະກໍ່ໃນຕອນບ່າຍວັນທີ 19 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ທີ່ສຳນັກງານສະພາແຫ່ງຊາດ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຮັບຊາບບາງບັນຫາກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ບາງການເຄື່ອນໄຫວຂອງສະພາແຫ່ງຊາດ ຫວຽດນາມ.

ໃນວັນດຽວກັນ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງຝ່າຍເພີ່ມທະວີການເຊື່ອມຕໍ່ໃນບັນດາຂົງເຂດຄື: ເສດຖະກິດ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ການທ່ອງທ່ຽວ, ນຳໃຊ້ທ່າກຳປັ່ນທະເລ, ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດ. ການສຶກສາ, ບຳລຸງສ້າງ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດ. ທ່ານນາຍົກລັດຖະມົນຕີ ສະເຫນີ ສອງຝ່າຍສົມທົບ, ຮ່ວມມືຢ່າງແຫນ້ນແຟ້ນກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ເພື່ອແນໃສ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຢູ່ແຕ່ລະປະເທດ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາຢ່າງໝັ້ນຄົງ, ສົມທົບກັນສະກັດກັ້ນ ແລະ ປ້ອງກັນ ຕ້ານບັນດາອາດຊະຍາກຳຂ້າມຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ