ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະອະດີດທະຫານອາສາສະໝັກ ຫວຽດນາມ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງບົດບາດຂອງກຳລັງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ
ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະອະດີດທະຫານອາສາສະໝັກ ຫວຽດນາມ - ảnh 1 ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະອະດີດທະຫານອາສາສະໝັກ ຫວຽດນາມ

 

ຕອນເຊົ້າວັນທີ 26 ທັນວາ, ທີ່ທຳນຽບປະທານປະເທດ ສປປ ລາວ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ  ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ລາວ ໂດຍ ພົນຈັດຕະວາ ຮວິ່ງດັກເຮືອງ, ຫົວໜ້າຄະນະຕິດຕໍ່ພົວພັນທົ່ວປະເທດ, ອະດີດກຳມະການການເມືອງຜູ້ບັນຊາການທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ລາວ ນຳໜ້າ, ເນື່ອງໃນໂອກາດຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 23 – 28 ທັນວາ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງບົດບາດຂອງກຳລັງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ, ແມ່ນສັນຍາລັກອັນດີງາມຂອງນ້ຳໃຈບໍລິສຸດຜຸດຜ່ອງຂອງການພົວພັນແບບພິເສດ ລາວ - ຫວຽດນາມ. ພັກ, ລັດ ແລະ ປະຊາຊົນ ລາວ ຍາມໃດກໍ່ຈົດຈຳບຸນຄຸນ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງກຳລັງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ໃນພາລະກິດຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ຍາດເອົາອຳນາດການປົກຄອງ, ກໍ່ຄືໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ ແລະ ສ້າງສາປະເທດລາວ ໃນຊຸມປີພາຍຫຼັງການປົດປ່ອຍ.

        ສ່ວນທ່ານ ພົນຈັດຕະວາ ຮວິ່ງດັກເຮືອງ ເຊື່ອໝັ້ນວ່າ: ລຸ້ນໜຸ່ມ 2 ປະເທດຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍການພົວພັນແບບພິເສດທີ່ຫາຍາກນີ້, ສົມກັບບັນດາການເສຍສະຫຼະອັນໃຫຍ່ຫຼວງຂອງນັກຮົບການປະຕິວັດລຸ້ນຕ່າງໆ ຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ