ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບສະມາຊິກສະພາຕ່ຳ Kentaro Sonoura

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຮອບດ້ານ, ເຂັ້ມແຂງ, ແທດຈິງໃນບັນດາຂົງເຂດ ຂອງການພົວພັນ ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ຫວຽດນາມ - ຍີ່ປຸ່ນ
ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບສະມາຊິກສະພາຕ່ຳ Kentaro Sonoura - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫວຽນຝູຈ້ອງ ແລະ ທ່ານສະມາຊິກສະພາຕ່ຳ Kentaro Sonoura
(ພາບ:TTXVN)

ຕອນບ່າຍວັນທີ 5 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ທ່ານສະມາຊິກສະພາຕ່ຳ Kentaro Sonoura, ທູດພິເສດ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ທີ່ໄດ້ເດີນທາງມາອວຍພອນເນື່ອງໃນໂອກາດທີ່ ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ໄດ້ຮັບເລືອກຕັ້ງຈາກສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໃຫ້ດຳລົງຕຳແໜ່ງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຮອບດ້ານ, ເຂັ້ມແຂງ, ແທດຈິງໃນບັນດາຂົງເຂດ ຂອງການພົວພັນ ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ຫວຽດນາມ - ຍີ່ປຸ່ນ; ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືສຳຄັນ ການພົວພັນກັບຍີ່ປຸ່ນ; ຕີລາຄາການຮ່ວມມື, ຊ່ວຍເຫຼືອກັນຢ່າງມີປະສິດທິຜົນໃນຫຼາຍດ້ານ ເຊິ່ງຍີ່ປຸ່ນສະຫງວນໃຫ້ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີວ່າສອງຝ່າຍຄວນສືບຕໍ່ຮັກສາບັນດາການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ; ຊຸກຍູ້ການເຊື່ອມຕໍ່ສອງພື້ນຖານເສດຖະກິດ ລວມມີ ຊຸກຍູ້ການຮ່ວມມືທາງດ້ານການລົງທຶນ, ການຄ້າ, ທຶນຊ່ວຍເຫຼືອເພື່ອການພັດທະນາເປັນທາງການ (ODA), ກະສິກຳ, ແຮງງານ, ຮ່ວມມືທ້ອງຖິ່ນ, ຮ່ວມມືບໍາລຸງສ້າງບຸກຄະລາກອນ ແລະ ເຊື່ອມຕໍ່ຍຸດທະສາດການພັດທະນາຂອງສອງປະເທດ; ປັບປຸງ ແລະ ເຮັດໃຫ້ມິດຕະພາບ ລະຫວ່າງ ປະຊາຊົນສອງຊາດເລິກເຊີ່ງກວ່າເກົ່າ.

ສ່ວນທ່ານທູດພິເສດ Kentaro Sonoura ຢັ້ນຢືນວ່າ ຍີ່ປຸ່ນຖືການພົວພັນຮ່ວມມືມິດຕະພາບກັບ ຫວຽດນາມ ເປັນສຳຄັນທີ່ສຸດ ແລະ ຈະມານະພະຍາຍາມສົມທົບກັນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງ ລະຫວ່າງ ສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮອບດ້ານ ແລະ ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ