ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໂອ້​ລົມ​ສົນ​ທະ​ນາ​ແບບ​ທາງ​ໄກ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ

(VOVWORLD) -    ຫວຽດນາມ ແລະ ຍີ່ປຸ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ ເຊິ່ງແມ່ນເສົາຄ້ຳຕົ້ນຕໍຂອງການພົວພັນສອງປະເທດ, ລົງເລິກການເຊື່ອມຕໍ່ສອງພື້ນຖານເສດຖະກິດ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຫຼັກໆໃນການໂອ້ລົມສົນທະນາແບບທາງໄກໃນຕອນບ່າຍວັນທີ 03 ກັນຍາ ລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກັບທ່ານປະທານພັກປະຊາທິປະໄຕອິດສະຫຼະ, ນາຍົກລັດຖະມົນຕີ ຍີ່ປຸ່ນ, Kishida Fumio.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໂອ້​ລົມ​ສົນ​ທະ​ນາ​ແບບ​ທາງ​ໄກ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ - ảnh 1ການໂອ້ລົມສົນທະນາແບບທາງໄກລະຫວ່າງສອງຝ່າຍ (ພາບ: VOV)

ໃນການໂອ້ລົມສົນທະນາ, ການນຳສອງທ່ານຕ່າງກໍສະແດງຄວາມປະຕິຊົມຊື່ນກ່ຽວກັບການພັດທະນາຢ່າງແຮງ, ວ່ອງໄວ ແລະ ຮອບດ້ານໃນການພົວພັນສອງຝ່າຍ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮັບຮອງເອົາການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນຢ່າງມີໄຫວພິບ, ເສີມຂະຫຍາຍບັນດາກົນໄກເຈລະຈາ, ຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເນັ້ນໜັກວ່າ ຍີ່ປຸ່ນ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ ຜ່ານການຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA), ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ.

        ສອງຝ່າຍຕົກລົງເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຕາມທິດແທດຈິງ, ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ ຢ່າງມີປະສິດທິຜົນ; ເຮັດໃຫ້ການເຊື່ອມຕໍ່ທາງດ້ານແຫຼ່ງຊັບພະຍາກອນມະນຸດ, ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນເລິກເຊິ່ງຂຶ້ນກວ່າເກົ່າ.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ