ເລ​ຂາ​ທິກ​ານ​ໃຫ​ຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ​ສາ​ທາ​ລະ​ນະ​ລັດ ຝ​ລັ່ງ

(VOVWORLD) - ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນຊາດສາທາລະນະລັດຝລັ່ງຄັ້ງທີ 230, ວັນທີ 14 ກໍລະກົດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູ້ຈ້ອງ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານປະທານາທິບໍດີ ຝລັ່ງ Emmanuel Macron.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານ ນາຍົກລັດຖະມົນຕີ ຝລັ່ງ Edouard Philippe.

        ແລະກໍ່ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງໂທລະເລກໄປຍັງທ່ານ ລັດຖະມົນຕີເອີລົບ ແລະ ການຕ່າງປະເທດ   ຝລັ່ງ Jean-Yves Le Drian.

ຕອບກັບ

ຂ່າວ/ບົດ​ອື່ນ