ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ກ່ອນດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

(VOVWORLD) -  ໂດຍປະຕິບັດຕາມໂຄງການພົບປະກັບຜູ້ມີສິດເລືອກຕັ້ງກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດ ຫວຽດນາມ ທີ XV, ຕອນເຊົ້າວັນທີ 12 ພຶດສະພາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບສະມາຊິກຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ເຂດເລືອກຕັ້ງເລກ 1, ໄດ້ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງ: ດົງດາ, ບາດິ່ງ, ຮາຍບ່າຈຶງ. ກອງປະຊຸມໄດ້ປະຕິບັດດ້ວຍຮູບການເຊິ່ງໜ້າ ແລະ ທາງໄກ.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ກ່ອນດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຝູຈ້ອງ ໄດ້ຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງ ເພື່ອຍົກສູງຄຸນນະພາບ ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ແລະ ສະພາແຫ່ງຊາດຊຸດທີ XV.

        ເມື່ອເຕື້ອງເຖິງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ຢູ່ກອງປະຊຸມສູນກາງພັກຄັ້ງທີ 5 ຫາກໍ່ສິ້ນສຸດລົງຫວ່າງມໍ່ໆມານີ້, ສູນກາງພັກໄດ້ເຫັນດີເປັນເອກະພາບຢ່າງສູງຕໍ່ການສ້າງຕັ້ງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ເພື່ອສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນ 10 ປີຜ່ານມາ ສ້າງຄວາມເປັນເອກະພາບໃຫ້ລຸລ່ວງ ຈົນຮອດ 63 ແຂວງ, ນະຄອນໃນທົ່ວປະເທດ, ປະກອບສ່ວນສະກັດກັ້ນ, ປ້ອງກັນ, ຄົ້ນພົບບັນດາກໍລະນີສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ຟຸມເຟືອຍ.

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ກ່ອນດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 2 ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ

ແລະ ກໍ່ໃນຕອນເຊົ້າວັນທີ 12 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງເລກ 3 ນະຄອນ  ໂຮ່ຈີມິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ 5, 8 ແລະ 11. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ປະທານປະເທດ, ບັນດາສະມາຊິກສະພາແຫ່ງຊາດ ແລະ ການນຳ ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະຮັບຟັງ, ອະທິບາຍ ແລະ ຮັບເອົາບັນດາຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ. 

ທ່ານກໍ່ເນັ້ນໜັກວ່າ, ໜຶ່ງໃນບັນດາໜ້າທີ່ສຳຄັນຂອງສະມາຊິກສະພາແຫ່ງຊາດນັ້ນແມ່ນ ສະຫຼະເວລາເພື່ອຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງ ແລະ ຕີລາຄາສູງຕໍ່ຜູ້ມີສິດເລືອກຕັ້ງເມືອງ 5,8 ແລະ 11 ທີ່ມາເຂົ້າຮ່ວມການພົບປະເປັນຈຳນວນຫຼາຍ, ໃນນັ້ນມີຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ເປັນຕົວແທນໃຫ້ແກ່ສາສະໜາ, ຊົນເຜົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ