ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ອວຍ​ພອນ​ບຸນ​ເຕັດ​ການ​ນຳ, ອະ​ດີດ​ການ​ນຳ ພັກ, ລັດ

(VOVWORLD) -  ຕອນເຊົ້າວັນທີ 22 ມັງກອນ, (ກົງກັບວັນທີ 28 ບຸນເຕັດ ປີຊວດ 2020), ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານໃນການພົບປະ, ອວຍພອນປີໃໝ່ບັນດານັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ພໍ່ແມ່ພີ່ນ້ອງ, ນັກທົບໃນທົ່ວປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ອວຍ​ພອນ​ບຸນ​ເຕັດ​ການ​ນຳ, ອະ​ດີດ​ການ​ນຳ ພັກ, ລັດ - ảnh 1ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ( ພາບ: VGP)

        ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນຝູຈ້ອງ ໄດ້ຫວນຄືນບັນດາຜົນງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມ ປີ 2019ຄື ເສດຖະກິດສືບຕໍ່ມີການເຕີບໂຕຢ່າງໄວ, ບັນລຸໄດ້ກ່ວາ 7% ນອນຢູ່ໃນກຸ່ມບັນດາປະເທດມີລະດັບການເຕີບໂຕສູງທີ່ສຸດໃນພາກພື້ນ ແລະ ໃນໂລກ.

        ເນັ້ນໜັກເຖິງ ປີ 2020 ແມ່ນປີ ທີ່ມີຄວາມໝາຍສຳຄັນພິເສດ, ແມ່ນປີທີ່ມີຫຼາຍເຫດການດ້ານການເມືອງທີ່ຍິ່ງໃຫຍ່ສຳລັບປະເທດຊາດ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ ທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປ່ຽບ, ແຫຼ່ງກຳລັງ, ສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດ ມະຫາພາກ, ຄຸ້ມຄອງໄພເງິນເຟິ້, ຍົກສູງກຳລັງພາຍໃນ ແລະ ລັກສະນະເປັນເຈົ້າຕົນເອງຂອງ ພື້ນຖານເສດຖະກິດ. ທ່ານກ່າວວ່າ:

        ເສັ້ນທາງຕໍ່ໜ້າ ແມ່ນເສັ້ນທາງທັງມີຫຼາຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ ທັງມີບັນດາໂອກາດ, ສິ່ງທ້າທາຍໃໝ່. ດ້ວຍມູນເຊື້ອຮັກຊາດທີ່ເຕັມລົ້ົ້ນ, ຈິດໃຈ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ດຸໝັ່ນຂະຫຍັນພຽນປະດິດຄິດສ້າງ, ພວກເຮົາຍັງເຊື່ອໝັ້ນວ່າ ປີຊວດ - 2020 ປະເທດຊາດຈະບັນລຸໄດ້ຜົນງານທີ່ໃຫຍ່ຫຼວງຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ