ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບປະທານສະພາສູງອົດສະຕາລີ Sue Lines

(VOVWORLD) -ຕອນບ່າຍວັນທີ 27 ສິງຫານີ້, ຢູ່ສຳນັກງານສູນກາງພັກທີ່ນະຄອນຫຼວງຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາສູງ ອົດສະຕາລີ Sue Lines ຊຶ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງປະທານສະພາແຫ່ງຊາດ ເຈີນແທງເໝີ້ນ. 
ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບປະທານສະພາສູງອົດສະຕາລີ Sue Lines - ảnh 1

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ  ແລະ ທ່ານນາງປະທານສະພາສູງອົດສະຕາລີ Sue Lines

     ທີ່ການຕ້ອນຮັບ, ທ່ານນາງປະທານສະພາສູງ ອົດສະຕາລີ ຢືນຢັນວ່າ: ອົດສະຕາລີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາແຫ່ງຊາດ ອົດສະຕາລີ ສະໜັບສະໜູນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ; ທ່ານນາງເນັ້ນໜັກວ່າ, ດ້ວຍການຍົກລະດັບການພົວພັນຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ອົດສະຕາລີ ແລະ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືບຸລິມະສິດ ແລະ ສຳຄັນຂອງກັນ, ສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍເສີມຂະຫຍາຍບັນດາໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້, ພ້ອມທັງເປີດກ້ວາງການຮ່ວມມືໃນຂົງເຂດໃໝ່ ໂດຍສະເພາະແມ່ນການ ປ່ຽນແປງດິນຟ້າອາກາດ, ການຫັນເປັນດິຈິຕອນ, ພະລັງງານ, ແຮ່ທາດ, ແລະ ການຮັກສາສັນຕິພາບ.

  ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະແລກປ່ຽນຂັ້ນສູງ ແລະ ທຸກຂັ້ນຜ່ານບັນດາຊ່ອງທາງຂອງລັດ, ສະພາແຫ່ງຊາດ ແລະ ການພົວພັນຮ່ວມມືຂອງພັກ; ທ່ານເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອົດສະຕາລີ ເຂົ້າມາລົງທຶນຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີປະທານສະພາສູງຈົ່ງສ້າງເງື່ອນໄຂ ສະດວກ ເພື່ອໃຫ້ປະຊາຄົມຊາວ ຫວຽດນາມພວມ ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ອົດສະຕາລີ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ພັດທະນາຂອງ ອົດສະຕາລີ ກໍ່ຄືການພັດທະນາ ການພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ