ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດໃຫ້ແກ່ ຕຳຫຼວດນະຄອນ ໂຮ່ຈີມິນ

(VOVWORLD) -ຕອນເຊົ້າວັນທີ 17 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະພັກນະຄອນ ໂຮ່ຈີມິນ ແລະ ຄະນະພັກຕຳຫຼວດສູນກາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 55 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ (1969-2024) ແລະ ຕຳຫຼວດນະຄອນ ໂຮ່ຈີມິນ ຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດ ປະຊາຊົນ
ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດໃຫ້ແກ່ ຕຳຫຼວດນະຄອນ ໂຮ່ຈີມິນ - ảnh 1

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດໃຫ້ແກ່ ຕຳຫຼວດນະຄອນ ໂຮ່ຈີມິນ

   ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ຄະນະພັກນະຄອນ ໂຮ່ຈີມິນ ແລະ ຄະນະພັກຕຳຫຼວດສູນກາງ ສືບຕໍ່ນຳໜ້າໃນການກໍ່ສ້າງ ແລະ ປັບປຸງພັກ; ເດັດດ່ຽວຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້; ຕິດພັນກັບການເຂົ້າຮ່ວມຢ່າງຕັ້ງຫນ້າໃນການແກ້ໄຂຄວາມຫຍຸ້ງຍາກແລະອຸປະສັກກ່ຽວກັບລະບອບລະບຽບການ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີຄວາມໂປ່ງໃສຜ່ານການຫັນເປັນດິຈິຕອລ, ເປີດກວ້າງເຂດພັດທະນາ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ທຸກການເຄື່ອນໄຫວໃນຂອບເຂດກົດໝາຍ, ປະກອບສ່ວນກໍ່ສ້າງປະເທດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຂອງບັນດາອົງການ, ສວນບຸກຄົນ, ວິສາຫະກິດ ແລະ ຜູ້ປະກອບການທັງຢູ່ພາຍໃນ  ແລະຕ່າງປະເທດ.

   ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຍັງສະເໜີ ຕ້ອງສ້າງນະຄອນ ໂຮ່ຈີມິນ ໃຫ້ກາຍເປັນນະຄອນສີວິໄລ, ທັນສະໄໝ, ຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ; ພ້ອມກັນນັ້ນ, ຕ້ອງມີບັນດາມາດຕະການແກ້ໄຂບຸກທະລຸເພື່ອຊຸກຍູ້ນະຄອນພັດທະນາຢ່າງແຂງແຮງ, ກາຍເປັນເສົາຄ້ຳການເຕີບໂຕຂອງປະເທດ, ເປັນສູນກາງເສດຖະກິດ, ການເງິນ ແລະ ການບໍລິການຂອງອາຊີ, ເປັນຈຸດໝາຍປາຍທາງຂອງໂລກທີ່ດູດດື່ມ ແລະ ພັດທະນາທຽບເທົ່າກັບບັນດາຕົວເມືອງໃຫຍ່ໃນໂລກ .

     ຕອນບ່າຍວັນດຽວກັນ, ຢູ່ທີ່ສຳນັກງານຄະນະພັກນະຄອນໂຮ່ຈິມິນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນໂຮ່ຈິມິນ. ທີ່ການພົບປະເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ສະເໜີໃຫ້ນະຄອນຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມ, ກໍ່ສ້າງພັດທະນານະຄອນຢ່າງວ່ອງໄວ ແລະ ຍືນຍົງ, ມີຄຸນນະພາບ, ສ້າງສະພາບແວດລ້ອມທາງດ້ານ ວັດທະນະທຳແບບສົດໃສ; ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ