ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານກອງປະຊຸມການນຳຫຼັກແຫຼ່ງ

(VOVWORLD) -ຕອນເຊົ້າວັນທີ 6 ສິງຫານີ້, ຢູ່ສຳນັກງານສູນກາງພັກທີ່ນະຄອນຫຼວງຮ່າໂນ້ຍ, ການນຳຫຼັກແຫຼ່ງໄດ້ໂຮມປະຊຸມເພື່ອຕີລາຄາໝາກຜົນການເຮັດວຽກໃນເດືອນກໍລະກົດ ແລະ ບັນດາໜ້າທີ່ສຳຄັນຂອງເດືອນສິງຫາປີນີ້, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລີມ. ນີ້ແມ່ນກອງປະຊຸມການນຳຫຼັກແຫຼ່ງຄັ້ງທຳອິດພາຍຫຼັງທ່ານປະທານປະເທດ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. 
ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານກອງປະຊຸມການນຳຫຼັກແຫຼ່ງ - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລີມ ເປັນປະທານກອງປະຊຸມເພື່ອຕີລາຄາໝາກຜົນການເຮັດວຽກໃນເດືອນກໍລະກົດ ແລະ ບັນດາໜ້າທີ່ສຳຄັນຂອງເດືອນສິງຫາປີນີ້

     ກ່າວຄຳເຫັນທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ທົ່ວພັກ ແລະ ລະບົບການເມືອງຕ້ອງສຸມໃສ່ສຳຫຼວດກວດກາຄືນບັນດາວຽກງານທີ່ຍັງຄົງຄ້າງນັບແຕ່ນີ້ຮອດທ້າຍປີນີ້ ແລະ ສະເໜີບັນດາມາດຕະການແກ້ໄຂໃຫ້ສຳເລັດໂດຍໄວ ແລະ ມີປະສິດທິຜົນ; ສືບຕໍ່ວຽກງານກະກຽມກອງປະຊຸມຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ເປັນຢ່າງດີ

ສຳລັບວຽກງານພັດທະນາເສດຖະກິດ-ສັງຄົມແມ່ນ ຕ້ອງໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ອຸປະສັກ ແລະ ຂໍ້ຄົງຄ້າງ ເພື່ອສ້າງກົນໄກອຳນວຍ ຄວາມສະດວກໃຫ້ແກ່ວິສາຫະກິດ ແລະ ຜູ້ປະກອບການໃຫ້ມີເງື່ອນໄຂພັດທະນາ, ລົງທຶນ, ດຳເນີນທຸລະກິດ ແລະ ຊຸກຍູ້ການຜະລິດໃຫ້ມີ ປະສິດທິຜົນ. ກອງປະຊຸມຍັງໄດ້ປະກອບຄຳເຫັນ ແລະ ທິດທາງແກ້ໄຂຫຼາຍບັນຫາສຳຄັນຂອງປະເທດຊາດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ