ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ຊີ້​ນຳ​ສະຫຼຸບ 40 ປີ ແຫ່ງ​ການ​ປ່ຽນ​ໃໝ່

(VOVWORLD) - ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສະຫຼຸດບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບຂະບວນວິວັດແຫ່ງການປ່ຽນແປງໃໝ່ ຕາມການກຳນົດທິດສັງຄົມນິຍົມ ໃນ 40 ປີຜ່ານມາ ຢູ່ ຫວຽດນາມ (ຄະນະຊີ້ນຳສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່) ໄດ້ຈັດກອງປະຊຸມຄັ້ງທີ 4.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ຊີ້​ນຳ​ສະຫຼຸບ 40 ປີ ແຫ່ງ​ການ​ປ່ຽນ​ໃໝ່ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມ (ພາບ: TTXVN)

ເມື່ອເປັນປະທານກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາສະມາຊິກໃນຄະນະ ທີ່ໄດ້ສ້າງຮ່າງບົດສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງຜ່ານ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ຫວຽດນາມ. ນີ້ແມ່ນເອກະສານສຳຄັນ ປະກອບສ່ວນໂດຍກົງເຂົ້າໃນການສ້າງຮ່າງບົດລາຍການການເມືອງ ໃກ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ ຕ້ອງເອກະພາບຄວາມຮັບຮູ້ລວມກ່ຽວກັບສະພາບການໃໝ່ຂອງປະເທດຊາດ ພາຍຫຼັງ 40 ປີ ດຳເນີນຂະບວນການປ່ຽນແປງໃໝ່, ຈາກນັ້ນ ໄດ້ມີບັນດາການປ່ຽນແປງໃໝ່ ກ່ຽວກັບຮູບແບບ ແລະ ເນື້ອໃນບົດລາຍການ  ຢ່າງແຮງກວ່າອີກ ບົນເນື້ອໃຈຈິດໃຈແມ່ນ ຕີລາຄາຕາມຢ່າງຊັດເຈນຕາມຄວາມເປັນຈິງ ແລະ ໝາກຜົນທີ່ບັນລຸໄດ້, ຍົກອອກຈຸດອຸດຕັນຢ່າງກົງໄປກົງມາ, ພາວະວິໄສຕໍ່ການພັດທະນາຂອງປະເທດຊາດ ທີ່ຍັງ ຫຼື ແກ້ໄຂຢ່າງຊັກຊ້າ, ສືບຕໍ່ຢຶດໝັ້ນກັບພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ