ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານກອງປະຊຸມຄະນະປະຈຳອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

(VOVWORLD) -      ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ຈັດຕັ້ງບັນດາກອງປະຊຸມສຳມະນາ, ການໂອ້ລົມສົນທະນາວິທະຍາສາດໂດຍໄວເພື່ອແລກປ່ຽນ ແລະ ປຶກສາຫາລືກ່ຽວກັບບາງບັນຫາ ແລະ ເນື້ອໃນໃນຮ່າງບົດລາຍງານການເມືອງ. ໃນຂະບວນວິວັດປຶກສາຫາລື ແມ່ນຕ້ອງ ຮັບຟັງ, ເຄົາລົບຄຳເຫັນ ແລະ ສ້າງຄວາມເຫັນດີເຫັນພ້ອມສູງ, ໂດຍສະເພາະແມ່ນບັນຫາໃໝ່ ແລະ ບັນຫາຫຍຸ້ງຍາກ.  
ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານກອງປະຊຸມຄະນະປະຈຳອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ - ảnh 1

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານກອງປະຊຸມຄະນະປະຈຳອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

    ວັນທີ 13 ສິງຫານີ້, ຢູ່ສຳນັກງານສູນກາງພັກທີ່ຮ່າໂນ້ຍ, ໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ຫົວໜ້າອະນຸກຳມະການເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ຄະນະປະຈຳອະນຸກຳມະການເອກະສານໄດ້ດຳເນີນກອງປະຊຸມປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງໂດຍໜ່ວຍບັນນາທິການສ້າງຂຶ້ນ ບົນພື້ນຖານໂຄງການລາຍລະອຽດຂອງບົດລາຍງານການເມືອງທີ່ໄດ້ຮັບການຮັບຮອງຈາກກອງປະຊຸມສູນກາງຄັ້ງທີ 9 ສະໄໝທີ XIII.

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລີມ ໄດ້ສະເໜີຄະນະບັນນາທິການຄົ້ນຄວ້າຢ່າງລະອຽດບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກ, ມະຕິຂອງສະພາແຫ່ງຊາດ ແລະ ລັດຖະບານ... ໂດຍສະເພາະ ແມ່ນ ເອກະສານທີ່ຫາກໍ່ປະກາດໃຊ້ໃນອາຍຸການນີ້; ບັນດາແຜນນະໂຍບາຍ ແລະ ກຳນົດທິດໃໝ່ ຊຶ່ງໄດ້ຮັບການຄົ້ນຄວ້າ ແລະ ສະຫຼຸບໃນພຶດຕິກຳເພື່ອກັນຕອງ, ນຳຄວາມຮັບຮູ້ໃໝ່, ບັນດາແຜນນະໂຍບາຍ, ກຳນົດ ທິດທີ່ສຳຄັນເຂົ້າໃນຮ່າງບົດລາຍງານການເມືອງ.

      ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ຈັດຕັ້ງບັນດາກອງປະຊຸມສຳມະນາ, ການໂອ້ລົມສົນທະນາວິທະຍາສາດໂດຍໄວເພື່ອແລກປ່ຽນ ແລະ ປຶກສາຫາລືກ່ຽວກັບບາງບັນຫາ ແລະ ເນື້ອໃນໃນຮ່າງບົດລາຍງານການເມືອງ. ໃນຂະບວນວິວັດປຶກສາຫາລື ແມ່ນຕ້ອງ ຮັບຟັງ, ເຄົາລົບຄຳເຫັນ ແລະ ສ້າງຄວາມເຫັນດີເຫັນພ້ອມສູງ, ໂດຍສະເພາະແມ່ນບັນຫາໃໝ່ ແລະ ບັນຫາຫຍຸ້ງຍາກ.  

ຕອບກັບ

ຂ່າວ/ບົດ​ອື່ນ