ເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ມີການພົບປະກັບທ່ານເລຂາພັກແຂວງໆ ກວາງຕຸ້ງ ຮວາງຄູນໝີງ

(VOVWORLD) -ຕອນເຊົ້າວັນທີ 18 ສິງຫານີ້, ໃນວັນເຮັດວຽກທຳອິດຂອງການຢ້ຽມຢາມທາງລັດຖະກິດຢູ່ຈີນຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ມີການພົບປະກັບທ່ານ ຮວາງຄູນໝີງ, ກຳມະການກົມການເມືອງ, ເລຂາພັກແຂວງໆ ກວາງຕຸ້ງ ແລະ ແລະ ຄະນະປະຈຳພັກແຂວງກວາງຕຸ້ງ.
ເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ມີການພົບປະກັບທ່ານເລຂາພັກແຂວງໆ ກວາງຕຸ້ງ ຮວາງຄູນໝີງ - ảnh 1

ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບທ່ານເລຂາພັກແຂວງໆ ກວາງຕຸ້ງ ຮວາງຄູນໝີງ

      ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕີລາຄາສູງ ແລະ ຊົມເຊີຍບັນດາໝາກຜົນແຫ່ງການພັດທະນາຂອງແຂວງ ກວາງຕຸ້ງ, ພິເສດແມ່ນດ້ານເສດຖະກິດ, ການຄຸ້ມຄອງຕົວເມືອງ, ບັນດາຮູບແບບເຂດເສດຖະກິດພິເສດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ, ການຢ້ຽມຢາມຈີນຄັ້ງທຳອິດໃນຖານະຕຳແໜ່ງໃໝ່ຂອງທ່ານແມ່ນເພື່ອພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜີງ ແລະ ບັນດາການນຳສຳຄັນຂອງຈີນ ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອສືບຕໍ່ລົງເລິກ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃນການພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດ ຈີນ.

     ສ່ວນທ່ານເລຂາ ເລຂາພັກແຂວງໆ ກວາງຕຸ້ງໄດ້ ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຮັບຄວາມໄວ້ວາງໃຈຈາກຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່; ຢືນຢັນວ່າ, ອົງຄະນະພັກ, ອຳນາດການປົກຄອງແຂວງ ກວາງຕຸ້ງ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ; ຢືນຢັນຄວາມເຄົາລົບ, ຄວາມຕັດສິນໃຈ ແລະ ຄວາມມຸ່ງມາດປາດຖະໜາຂອງແຂວງ ກວາງຕຸງ ໃນການສົມທົບກັບບັນດາທ້ອງຖິ່ນທີ່ມີທ່າແຮງຂອງຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນມິດຕະພາບ ແລະ ການຮ່ວມມືແທດຈິງໃນທຸກຂົງເຂດ, ປະກອບສ່ວນປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ, ສອງລັດ ແລະ ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ພັດທະນາຂຶ້ນສູ່ລະດັບສູງໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ