ເລຂາທິການໃຫຍ່ ສປຊ ຊີ້ແຈ້ງເຖິງບົດບາດຂອງ ອາຊຽນ ໃນການແກ້ໄຂບັນຫາ ມຽນມາ

(VOVWORLD) - ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Guterres ໄດ້ຊີ້ແຈ້ງເຖິງບົດບາດສຳຄັນຂອງ ອາຊຽນ ໃນສະພາບການພາກພື້ນພວມປະເຊີນໜ້າກັບບັນຫາ ມຽນມາ.
ເລຂາທິການໃຫຍ່ ສປຊ ຊີ້ແຈ້ງເຖິງບົດບາດຂອງ ອາຊຽນ ໃນການແກ້ໄຂບັນຫາ ມຽນມາ - ảnh 1ວິກິດການຢູ່ ມຽນມາ. ພາບ: AFP/TTXVN

  ວັນທີ 19 ເມສາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ທ່ານອະດີດເລຂາທິການໃຫຍ່ສະຫະປະຊາຊາດ Ban Ki-moon ໄດ້ຮຽກຮ້ອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຊຸກຍູ້ຄວາມມານະພະຍາຍາມ ແນໃສ່ຢຸດຕິວິກິດການຢູ່ ມຽນມາ. ກ່າວຄຳເຫັນທີ່ກອງປະຊຸມອອນລາຍຂອງສະພາຄວາມໝັ້ນຄົງ ສປຊ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Guterres ໄດ້ຊີ້ແຈ້ງເຖິງບົດບາດສຳຄັນຂອງ ອາຊຽນ ໃນສະພາບການພາກພື້ນພວມປະເຊີນໜ້າກັບບັນຫາ ມຽນມາ.

        ໃນຂະນະນັ້ນ, ທ່ານອະດີດເລຂາທິການໃຫຍ່ສະຫະປະຊາຊາດ Ban Ki-moon ໄດ້ຮຽກຮ້ອງບັນດາການນຳ ຈົ່ງມີບັນດາການກະທຳສົມທົບກັນໃນທັນທີ ກ່ອນທີ່ດຳເນີນກອງປະຊຸມສຸດຍອດພິເສດຂອງ ອາຊຽນ ກ່ຽວກັບບັນຫາ ມຽນມາ, ຄາດວ່າ ຈະດຳເນີນໃນວັນທີ 24 ເມສາ ຢູ່ປະເທດ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ