ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຢັ້ງ​ຢືນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຜັນຂະຫຍາຍບັນດາຄຳໝັ້ນສັນຍາ ທີ່ຍົກອອກຢູ່ COP – 26, ເປັນຕົ້ນແມ່ນເປົ້າໝາຍການປ່ອຍອາຍພິດລົງລະດັບ 0 ໃນປີ 2050.
ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຢັ້ງ​ຢືນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres

ວັນທີ 29 ພະຈິກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ນິວຢອກ, ອາເມລິກາ ໄດ້ ພົບປະ ກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. ນະທີ່ນີ້, ທ່ານ ດັ່ງຮ່ວາງຢາງ ໄດ້ແຈ້ງໃຫ້ຊາບກ່ຽວກັບຂັ້ນຕອນການກະກຽມ ແລະ ເຂົ້າຮ່ວມກອງປະຊຸມ COP - 28 ຂອງ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າ ຢູ່ນະຄອນ Dubai, ສະຫະລັດ ອາຣັບ ເອມີເລັດ (UAE). ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຜັນຂະຫຍາຍບັນດາຄຳໝັ້ນສັນຍາ ທີ່ຍົກອອກຢູ່ COP – 26, ເປັນຕົ້ນແມ່ນເປົ້າໝາຍການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ສ່ວນ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍ່ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນໄລຍະ ຜ່ານມາ ເພື່ອແນໃສ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາສາກົນ ກ່ຽວກັບດິນຟ້າອາກາດ; ທ່ານໄດ້ສະແດງຄວາມໄວ້ເຊື້ອເຊື່ອໃຈ ແລະ ປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ສວມບົດບາດຢ່າງຕັ້ງໜ້າຢູ່ບັນດາເວທີປາໄສຫຼາຍຝ່າຍໃນການຊຸກຍູ້ບັນດາຂໍ້ລິເລີ່ມກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ