ເລຂາທິການໃຫຍ່ ສປຊ ວິຕົກກັງວົນຕໍ່ສະພາບ ການທີ່ເຄັ່ງຕຶງຢູ່ຊີຣີ

ເລຂາທິການໃຫຍ່ ສປຊ ວິຕົກກັງວົນຕໍ່ສະພາບ ການທີ່ເຄັ່ງຕຶງຢູ່ຊີຣີ - ảnh 1
ເຮືອບິນ ສູ້​ຮົບ F – 4 Phantom ຂອງ ຕວັກ​ກີ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 23/6, ທ່ານ​ເລຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ສະ​ແດງ​ “ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ” ຕໍ່​ການ​ກະທົບ​ຂອງ​ເຫດ ຊີຣີ ຍິງ​ເຮືອບິນ​ສູ້​ຮົບ​ລຳ​ໜຶ່ງຂອງ ຕວັກ​ກີ ຕົກ. ​ໂຄສົກ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ: ທ່ານ Ban Ki Moon  ມີ​ຄວາມ​ວິຕົກ​ກັງວົນ​ພິ​ເສດ ຕໍ່​ການ​ກະທົບ​ທີ່​ຮ້າຍ​ແຮງ​​ໃນ​ທົ່ວ​ພາກ​ພື້ນ ທີ່ອາດ​ຈະ​ເກີດ​ຂຶ້ນ ພາຍຫຼັງເກີດ​ເຫດດັ່ງກ່າວ. ທ່ານ​ເລຂາທິການ​ໃຫຍ່ ຮຽກຮ້ອງ​ໃຫ້​ຕວັກ​ກີ ລະງັບ​​ໃຈ​ໃນ​ປະຕິ​ກິລິຍາ​ຂອງ​ຕົນ​, ພ້ອມ​ທັງ​ຕີ​ລາຄາ​ສູງ ​ເລື່ອງ​ ຕວັກ​ກີ ພ້ອມ​ກັບ ຊີຣີ ດຳ​ເນີນ​ການ​ຊອກ​ຫາ​ລວ​ມ.  ທ່ານ​ຮຽກຮ້ອງ​ໃຫ້ 2 ຝ່າຍ​ສືບ​ຕໍ່​ແກ້​ໄຂ​ສະພາບ​ການ ດ້ວຍ​ບັນດາ​ມາດ​ຕະການ​ທາງ​ການ​ທູດ ​ແລະ ​ໃຫ້​ຮູ້​ວ່າ: ສະຫະ​ປະຊາ​ຊາດ ອາດ​ຈະ​ຊ່ວຍ​ເຫຼືອ ຖ້າ​ຫາກ 2 ຝ່າຍ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ກ່ອນ​ໜ້າ​ນັ້ນ, ຊີຣີ ​​ຍອມຮັບ​​ວ່າ: ​ໄດ້​ຍິງ​ເຮືອບິນ ສູ້​ຮົບ F – 4 Phantom ຂອງ ຕວັກ​ກີ ຕົກ ​ຍ້ອນ​ເຮືອບິນ​ລຳນີ້ ​ໄດ້​ລະ​ເມີດ​​ເຂດ​ນານ​ຟ້າ ຂອງ ຊີຣີ.

ຂ່າວ/ບົດ​ອື່ນ