ເລຂາທິການໃຫຍ່ ສປຊ ຮຽກຮ້ອງຊອກມາດຕະການຢຸດຕິວິກິດການຢູ່ ຊີຣີ

ເລຂາທິການໃຫຍ່ ສປຊ ຮຽກຮ້ອງຊອກມາດຕະການຢຸດຕິວິກິດການຢູ່ ຊີຣີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon
ພາບ: internet

(vovworld)-  ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ຊີຣີ Bashar Al Assad ຈະ​ມີ​ປະຕິ​ກິລິຍາ​ຢ່າງ​ຕັ້ງຫນ້າ​ຕໍ່ຫນ້າ​ການ​ນຳ​ຂອງ​ຝ່າຍ​ຄ້ານ​ປະ​ເທດ​ນີ້ ​ໄດ້​ເຫັນ​ດີ​ດຳ​ເນີນ​ການ​ພົບ​ປະ​ສົນທະນາ​ຊົນ​ຊາດ ກັບ​ອຳນາດ​ການ​ປົກຄອງ ​ເພື່​ອ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ໃຫ້​ແກ່ການ​ປະ​ທະ​ກັນ​ເນືອງ​ເລືອດ​ທີ່ແກ່ຍາວ​ໃນ​ໄລຍະ​ເກືອບ 2 ປີຜ່ານມາ.​ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ Bankimoon ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ ​ແລະ ​ພັກຝ່າຍຢູ່ ຊີຣີ ກໍ​ຄື​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຜົນ​ສະທ້ອນ​ຕໍ່ Damacus ​ແລະ ບັນດາ​ປະ​ເທດ​ສະມາຊິກ ສະພາ​ຄວາມ​ໝັ້ນຄົງ ສປຊ ພ້ອມ​ກັນ​ຮ່ວມ​ມື​ຢ່າງ​ມີ​ເຈດ​ຕະນາ​ດີ, ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ວິ​ກິດ​ການ​ປະຈຸ​ບັນ​ຢູ່ ຊີຣີ. ທ່ານ Bankimoon ກໍ່​ຊີ້​ແຈງ​ວ່າ ປະຊາ​ຄົມ​ໂລກ ບໍ່​ຮັບ​ຮູ້​ບໍ່​ວ່າ​ຄຳ​ອະພິປາຍ​ໃດໆ​ແກ່​ການ​ນຳ​​ໃຊ້​ກຳລັງ​ອາວຸດ​ເພື່ອ​ຕ້ານ​ຄືນບັນດາສາມັນ​ຊົນ. ​ໃນ​ຂະນະ​ນັ້ນ, ວັນ​ທີ 8/2, ລັດຖະມົນຕີ​ກະຊວງ​ສື່ສານ ຊີຣີ Omran al Zoubi ​ໃຫ້​ຮູ້​ວ່າ: ລັດຖະບານ ຊີຣີ ພ້ອມ​ແລ້ວ​ຈ​ະ​ເຈລະຈາ​ກັບ​ທຸກ​ຝ່າຍ ດ້ວຍ​ເງື່ອນ​ໄຂບັນດາ​ກຸ່ມ​ປະກອບ​ອາວຸດ ຢູ່ ຊີຣີ ຕ້ອງ​ປົດ​ອາວຸດ​ກ່ອນ​ຢຸດຕິ​ບັ້ນ​ຮົບ​ການ​ທະຫານ​ເພື່ອ​ເລີ່​ມຕົ້ນ​ການ​ພົບ​ປະ​ສົນທະນາ.

ຂ່າວ/ບົດ​ອື່ນ