ເລຂາທິການໃຫຍ່ ສປຊ ຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ ໃນທັນທີ

(VOVWORLD) - ທ່ານ Guterres ໃຫ້ຮູ້ວ່າ ໃນການຢ້ຽມຢາມດ່ານຊາຍແດນ Rafah ລະຫວ່າງ ອີຢິບ ແລະ ເຂດ ກາຊາ, ທ່ານຕັດສິນໃຈອົດອາຫານ ເພື່ອສະແດງຄວາມສາມັກຄີກັບປະຊາຊົນຜູ້ພວມຖືກປິດລ້ອມຢູ່ເຂດດິນແດນແຄມທະເລ ເມດີຕາເຣເນ ນີ້.
ເລຂາທິການໃຫຍ່ ສປຊ ຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ ໃນທັນທີ - ảnh 1ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ດ່ານຊາຍແດນ Rafah ຂອງ ອີຢິບ ໃນວັນທີ 23 ມີນາ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ ໃນທັນທີ ຕາມເນື້ອໃນຈິດໃຈຂອງເດືອນ Ramadan ຂອງຊາວ ມຸດສະລິມ.

ທ່ານ Guterres ໃຫ້ຮູ້ວ່າ ໃນການຢ້ຽມຢາມດ່ານຊາຍແດນ Rafah ລະຫວ່າງ ອີຢິບ ແລະ ເຂດ ກາຊາ, ທ່ານຕັດສິນໃຈອົດອາຫານ ເພື່ອສະແດງຄວາມສາມັກຄີກັບປະຊາຊົນຜູ້ພວມຖືກປິດລ້ອມຢູ່ເຂດດິນແດນແຄມທະເລ ເມດີຕາເຣເນ ນີ້.

ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ ອິດສະຣາແອນ ຍົກອອກ “ຄຳໝັ້ນສັນຍາຢ່າງໜັກແໜ້ນ”, ສ້າງເງື່ອນໄຂໃຫ້ປະຊາຊົນ ປາແລດສະຕິນ ສືບຕໍ່ເຂົ້າເຖິງການໜູນຊ່ວຍມະນຸດສະທຳ ແລະ ປ່ອຍຕົວເປັນອິດສະຫຼະໃຫ້ບັນດາຜູ້ຍັງຖືກກັກຂັງ. ທ່ານ Guterres ກໍ່ຮຽກຮ້ອງໃຫ້ມີການສະໜັບສະໜູນຂອງທຸກໆສະມາຊິກ ສປຊ, ພ້ອມທັງຢັ້ງຢືນ ສປຊ ປາດຖະໜາຢາກຮ່ວມມືກັບ ອີຢິບ ເພື່ອສືບຕໍ່ນຳສິນຄ້າໜູນຊ່ວຍມະນຸດສະທຳ ເຂົ້າເຂດ ກາຊາ. ທ່ານ ຕີລາຄາສູງການຮ່ວມມືກັບ ອີຢິບ ເພື່ອປະຊາຊົນ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ