ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ບັນດາປະເທດມະຫາອຳນາດນິວເຄຼຍປະຕິບັດຄຳໝັ້ນສັນຍາ

(VOVWORLD) - ປະຈຸບັນ ແມ່ນໄລຍະເວລາບັນດາປະເທດມີອາວຸດນິວເຄຼຍໃຫ້ຄຳໝັ້ນສັນຍາປະຕິບັດຫຼັກການບໍ່ນຳໃຊ້ອາວຸດນິວເຄຼຍກ່ອນ (NFU), ບໍ່ນຳໃຊ້ ຫຼື ນາບຂູ່ບັນດາປະເທດບໍ່ມີອາວຸດນິວເຄຼຍ. ທ່ານໄດ້ຊີ້ແຈ້ງວ່າ, ຖ້າຫາກບໍ່ມີປະເທດໃດນຳໃຊ້ນິວເຄຼຍນັ້ນຈະບໍ່ມີສົງຄາມນິວເຄຼຍ.
ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ບັນດາປະເທດມະຫາອຳນາດນິວເຄຼຍປະຕິບັດຄຳໝັ້ນສັນຍາ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Kyodo/ TTXVN)

ວັນທີ 8 ສິງຫາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດມີອາວຸດນິວເຄຼຍ ປະຕິບັດຕາມຄຳໝັ້ນສັນຍາບໍ່ບຸກໂຈມຕີນາບຂູ່ດ້ວຍອາວຸດປະລະມານູ, ພ້ອມທັງກ່າວເຕືອນວ່າ ການຊ່ວງເສັງດ້ານອາວຸດນິວເຄຼຍໄດ້ກັບຄືນມາໃນສະພາບຄວາມເຄັ່ງຕຶງສາກົນນັບມື້ນັບເພີ່ມຂຶ້ນ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານ Guterres ຢັ້ງຢືນວ່າ: ປະຈຸບັນ ແມ່ນໄລຍະເວລາບັນດາປະເທດມີອາວຸດນິວເຄຼຍໃຫ້ຄຳໝັ້ນສັນຍາປະຕິບັດຫຼັກການບໍ່ນຳໃຊ້ອາວຸດນິວເຄຼຍກ່ອນ (NFU), ບໍ່ນຳໃຊ້ ຫຼື ນາບຂູ່ບັນດາປະເທດບໍ່ມີອາວຸດນິວເຄຼຍ. ທ່ານໄດ້ຊີ້ແຈ້ງວ່າ, ຖ້າຫາກບໍ່ມີປະເທດໃດນຳໃຊ້ນິວເຄຼຍນັ້ນຈະບໍ່ມີສົງຄາມນິວເຄຼຍ.

        ຜູ້ນຳ ສປຊ ກໍ່ເນັ້ນໜັກວ່າ: ປະຈຸບັນ, ຢູ່ໃນໂລກມີລະເບີດນິວເຄຼຍປະມານ 13.000 ລູກ ກໍ່ຄືບັນດາບ້ວງເງິນລົງທຶນທີ່ໃຫຍ່ຫຼວງເພື່ອຫັນສາງອາວຸດນິວເຄຼຍເປັນທັນສະໄໝ. ທ່ານຖືວ່າ ຄວນຢຸດຕິການກະທຳ ແລະ ນຳໃຊ້ບ້ວງເງິນດັ່ງກ່າວເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕ້ານຄວາມທຸກຍາກ, ອຶດຫິວ, ແກ້ໄຂບັນດາຄວາມຕ້ອງການຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ