ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ​ ຮຽກຮ້ອງ​ໃຫ້​ສະ​ກັດ​ກັ້ນ​ບໍ່​ໃຫ້ເສດ​ຖະ​ກິດຕົກເຂົ້າສູ່ ​ສະພາບ​ຊຸດ​ໂຊມ

(VOVWORLD) -ວັນທີ 15 ມີນາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດຈົ່ງຮ່ວມມືກັນເພື່ອສະກັດກັ້ນໂລກລະບາດ Covid - 19, ເຊິ່ງເຮັດໃຫ້ພື້ນຖານເສດຖະກິດທົ່ວໂລກຕົກເຂົ້າສູສະພາບຊຸດໂຊມ.
ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ​ ຮຽກຮ້ອງ​ໃຫ້​ສະ​ກັດ​ກັ້ນ​ບໍ່​ໃຫ້ເສດ​ຖະ​ກິດຕົກເຂົ້າສູ່ ​ສະພາບ​ຊຸດ​ໂຊມ - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ສປຊ (ພາບ: TTXVN) 

ທ່ານ Antonio Guterres ເລຂາທິການໃຫຍ່ສປຊຖືວ່າບໍ່ມີປະເທດໃດສະມາດຮັບມືກັບໂລກລະບາດດ້ວຍຕົນເອງໄດ້. ຍິ່ງກ່ວາເວລາໃດໝົດ, ລັດຖະບານບັນດາປະເທດຕ້ອງຮ່ວມມືເພື່ອຟື້ນຟູບັນດາພື້ນຖານເສດຖະກິດ, ເປີດກ້ວາງການລົງທຶນພາກລັດ, ຊຸກຍູ້ການຄ້າ ແລະ ຮັບປະກັນການໜູນຊ່ວຍໃຫ້ແກ່ປະຊາຊົນກໍ່ຄືປະຊາຄົມທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດ Covid – 19. ທ່ານ Antonio Guterres ເນັ້ນໜັກວ່າໂລກລະບາດ Covid – 19 ໄດ້້ເຮັດໃຫ້ “ພື້ນຖານເສດຖະກິດທົ່ວໂລກມີຄວາມສ່ຽງຕົກເຂົ້າສູ່ ສະພາບຊຸດໂຊມຢ່າງແທ້ຈິງ ແລະ ນັບມື້ນັບເພີ່ມຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ