ເລຂາທິການໃຫຍ່ ສປຊ ເດີນທາງເຖິງຕວກກີ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ

ເລຂາທິການໃຫຍ່ ສປຊ ເດີນທາງເຖິງຕວກກີ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ - ảnh 1
ທ່ານ​ Ban Ki Moon ​ເລຂາທິກ​ານ​ໃຫຍ່ ສປຊ
ພາບ:internet


(vovworld) - ວັນ​ທີ 7/12, ທ່ານ​ Ban Ki Moon ​ເລຂາທິກ​ານ​ໃຫຍ່ ສປຊ ​ໄດ້​ເດີນທາງ​ເຖິງ​ຕວກກີ ​ເພື່ອ​ປຶກສາ​ຫາລື​ກັບ​ວົງ​ການ​ເຈົ້າ​ຫນ້າ​ທີ່ Ankara ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຊີຣີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ພາຍຫລັງ​ໄປ​ຢ້ຽມຢາມ​ຄ້າຍ​ອົບ​ພະ​ຍົມ​ຂອງ​ຊາວ ຊີຣີ ຢູ່ ​ເທດສະບານ Islahiye, ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ປະ​ເທດ ຕວກກີ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ​ໄດ້​ກ່າວ​ເຕືອນ​ວ່າ ຖ້າ​ຫາກ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar al Assad ນຳ​​ໃຊ້​ອາວຸດ​ເຄມີ​ເພື່ອ​ຕ້ານ​ຄືນ​ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີ ນັ້ນ​ຈະ​ແມ່ນ​ໂທດກຳ​ໂຫດຮ້າຍສາມານ ພ້ອມ​ທັງ​ຮຽກຮ້ອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່​ປະ​ເທດ​ນີ້ ຕ້ອງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​​ໃນ​ທັນ​ທີ່. ທ່ານ Ban Ki Moon ​ໃຫ້​ຮູ້​ວ່າ: ທ່ານ​ເອງ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ທ່ານ​ປະທານາທິບໍດີ Assad ຮຽກຮ້ອງ​ລັດຖະບານ ຊີ​ຣີ​ໃນ​ບໍ່​ວ່າ​ກໍລະນີ​​ໃດ​ກໍ່​ບໍ່​ໄດ້​ນຳ​ໃຊ້ ອາວຸດ​ເຄມີ ພ້ອມ​ທັງ​ກ່າວ​ເຕືອນ​ວ່າ ສິ່ງ​ດັ່ງກ່າວ​ຈະ​ກໍ່​ຜົນ​ຮ້າຍ​ຢ້ອນ​ຫລັງ​ຍາກ​ທີ່​ຄາດ​ຄະ​ເນ​ໄດ້.

ຂ່າວ/ບົດ​ອື່ນ