ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເນັ້ນ​ໜັກ​ເຖິງ​ມາດ​ຕະ​ການ​ທາງ​ການ​ທູດ ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງກັບການປະທະກັນຢູ່ຢູແກຼນ ມີມາດຕະການແກ້ໄຂຄວາມເຄັ່ງຕຶງປີນຂັ້ນໄດ.
ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເນັ້ນ​ໜັກ​ເຖິງ​ມາດ​ຕະ​ການ​ທາງ​ການ​ທູດ ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ - ảnh 1ຊາວຢູ່ແກຼນ (ພາບປະກອບ: AFP/TTXVN)

ວັນທີ 18 ກຸມພາ, ກ່າວຄຳເຫັນທີ່ວາລະໄຂກອງປະຊຸມການປ້ອງກັນສະຫງົບ Munich (MSC) ຄັ້ງທີ 58 ໄດ້ດຳເນີນຢູ່ນະຄອນ Munich, ເມືອງເອກລັດ Bayern, ທາງພາກໃຕ້ ເຢຍລະມັນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງກັບການປະທະກັນຢູ່ຢູແກຼນ ມີມາດຕະການແກ້ໄຂຄວາມເຄັ່ງຕຶງປີນຂັ້ນໄດ, ໃນນັ້ນໄດ້ເນັ້ນໜັກເຖິງມາດຕະການທາງການທູດ ແກ່ການແກ້ໄຂບັນຫານີ້. ທ່ານ Antonio Guterres ໄດ້ກ່າວເຕືອນວ່າ ຄວາມເຄັ່ງຕຶງ ປີນຂັ້ນໄດ ຍາກທີ່ຈະຄາດຄະເນໄດ້, ໃນນັ້ນ ໄພນາບຂູ່ດ້ານຄວາມໝັ້ນຄົງທົ່ວໂລກໃນປັດຈຸບັນ ແມ່ນສັບສົນ ແລະ ຂະໜາດໃຫຍ່ກ່ວາຫຼາຍ ເມື່ອທຽບໃສ່ໄລຍະສົງຄາມເຢັນກ່ອນໜ້ານີ້.

ໃນຂະນະນັ້ນ, ທ່ານ Wolfgang Ischinger ປະທານກອງປະຊຸມ MSC ໄດ້ຕີລາຄາວ່າ MSC ຄັ້ງທີ 58 ອາດຈະແມ່ນເຫດການສຳຄັນທີ່ສຸດ ນັບແຕ່ເມື່ອທ່ານ ຊີ້ນຳກອງປະຊຸມ MSC ໃນ 14 ປີຜ່ານມາ, ທ່ານຕີລາຄາວ່າ ຍັງບໍ່ທັນມີເວລາທີ່ ມີຫຼາຍວິກິດການຮີບດ່ວນ ແລະ ເປັນອັນຕະລາຍຄືແນວນີ້, ນັບແຕ່ວິກິດການຢູແກຼນ ຈົນຮອດພະຍາດໂຄວິດ - 19, ບັນຫາອາບການິດສະຖານ, ຊາວອົບພະຍົບ ແລະ ຊາວລີ້ໄພ ກໍ່ຄືການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ