ເລຂາທິການໃຫຍ່ ສປຊ ແລະ ລັດຖະມົນຕີການຕ່າງປະເທດ ລັດເຊຍ ປຶກສາຫາລືກ່ຽວກັບການປະທະກັນຢູ່ ຊີຣີ ແລະ ຢູແກຼນ ຕາເວັນອອກ

(VOVWORLD) - ວັນທີ 27 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ປຶກສາຫາລືກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່ຽວກັບບັນດາບັນຫາ ຊີຣີ, ການປະທະກັນຢູ່ ຢູແກຼນ ຕາເວັນອອກ ແລະ ບົດບາດຂອງສະຫະປະຊາຊາດໃນບັນດາກໍລະນີເກີດວິກິດການ.
ເລຂາທິການໃຫຍ່ ສປຊ ແລະ ລັດຖະມົນຕີການຕ່າງປະເທດ ລັດເຊຍ ປຶກສາຫາລືກ່ຽວກັບການປະທະກັນຢູ່ ຊີຣີ ແລະ ຢູແກຼນ ຕາເວັນອອກ - ảnh 1  ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ປຶກສາຫາລືກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres  (ພາບ:  embrussia.ru)

2 ຝ່າຍໄດ້ປຶກສາຫາລືຢ່າງລາຍລະອຽດກ່ຽວກັບບັນດາບັນຫາທີີ່ມີລັກສະນະສະຖານະການການເມືອງໃນການເຄື່ອນໄຫວຂອງສະຫະປະຊາຊາດ, ກໍ່ຄືບັນດາເນື້ອໃນຂອງໂຄງການດຳເນີນງານສາກົນ, ລວມມີສະພາບການຢູ່ ຊີຣີ ແລະ ຢູແກຼນ ຕາເວັນອອກ.

       ແລະກໍ່ໃນວັນທີ 27 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ກ່າວເຕືອນວ່າ ຖ້າຫາກ ສປປ.ເກົາຫຼີ ເດີນຜີດເຂວເສັ້ນທາງການຕ່າງປະເທດ ແລະ ປອດນິວເຄຼຍ, ສິ່ງນີ້ ແນ່ນອນວ່າ ຈະພາໄປເຖິງການເພີ່ມຄວາມກົດດັນ ແລະ ການປິດລ້ອມ. ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 ຢູ່ ນິວຢອກ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໄດ້ຊີ້ແຈ້ງວ່າ: ການປະຕິບັດບັນດາມາດຕະການລົງໂທດຂອງສະພາຄວາມໝັ້ນຄົງ ຕ້ອງໄດ້ສືບຕໍ່ຢ່າງແຮງ ແລະ ແນວແນ່ ຈົນຮອດເວລາທີ່ພວກເຮົາບັນລຸໄດ້ເລື່ອງປອດນິວເຄຼຍຢ່າງແທ້ຈິງ, ສຸດທ້າຍ ແລະ ສາມາດກວດກາ. ບັນດາສະມາຊິກຂອງສະພາຄວາມໝັ້ນຄົງຕ້ອງເປັນແບບຢ່າງໃນຄວາມມານະພະຍາຍາມນີ້.

       ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃຫ້ຮູ້ວ່າ: ປັກກິ່ງ ພ້ອມແລ້ວທີ່ຈະເພີ່ມທະວີການສົມທົບກັບ Berlin ກ່ຽວກັບການປະຕິຮູບອົງການການຄ້າໂລກ (WTO), ປົກປ້ອງຫຼັກການພື້ນຖານຂອງ WTO ໃຫ້ດີກ່ວາ, ບັນດາຫຼັກການການຄ້າສາກົນ ກໍ່ຄືຜົນປະໂຫຍດຖືກຕາມກົດໝາຍຂອງບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ