ເລຂາທິການໃຫຍ່ ສະຫະປະຊາຊາດ ຍົກອອກ 5 ຂົງເຂດທີ່ມີການກະທຳ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມສະຫະປະຊາຊາດຄັ້ງທີ 23 ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ (COP 23) ດຳເນີນໄປຢູ່ Boon ປະເທດ ເຢຍລະມັນ, ວັນທີ 15 ພະຈິກ, 
ເລຂາທິການໃຫຍ່ ສະຫະປະຊາຊາດ ຍົກອອກ 5 ຂົງເຂດທີ່ມີການກະທຳ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres (ພາບ: AFP/TTXVN)

ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ມານະພະຍາຍາມກ່ວາອີກໃນ 5 ຂົງເຂດທີ່ມີການກະທຳລວມມີ: ມົນລະພິດ, ການປັບຕົວໃຫ້ແທດເໝາະ, ການເງິນ, ການພົວພັນຄູ່ຮ່ວມມື ແລະ ການນຳພາ.

        ກ່ຽວຂ້ອງເຖິງຂົງເຂດມົນລະພິດ, ທ່ານເລຂາທິການໃຫຍ່ Antonio Guterres ຄັດສະເໜີບົດລາຍງານສະບັບຫລ້າສຸດຂອງໂຄງການສິ່ງແວດລ້ອມສະຫະປະຊາຊາດໂດຍຊີ້ໃຫ້ເຫັນວ່າ: ບັນດາຄຳໝັ້ນສັນຍາຫລຸດຜ່ອນການປ່ອຍມົນລະພິດ ພຽງແຕ່ປະຕິບັດໄດ້ 1/3 ຈຳນວນທີ່ຕ້ອງການ ເພື່ອຮັກສາອຸນຫະພູມຂອງໜ່ວຍພິພົບໄວ້ ຢູ່ລະດັບປອດໄພຕາມສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຂົງເຂດທີ່ມີການກະທຳຈຳເປັນໜຶ່ງອີກ ແມ່ນການປັບຕົວໃຫ້ແທດເໝາະ ທ່ານ Antonio Guterres ເນັ້ນໜັກວ່າ ບັນດາປະເທດຄວນປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເພີ່ມທະວີຄວາມສາມາດໃນການຮັບມື. ກ່ຽວກັບຂົງເຂດການເງິນ ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ: ສະຫະປະຊາຊາດຕ້ອງປຸກລະດົມໄດ້ບ້ວງງົບປະມານປະຈຳປີ 100 ຕື້ USD ທີ່ສະຫງວນໃຫ້ບັນດາປະເທດພັດທະນາ. ສຸດທ້າຍ ທ່ານ Antonio Guterres ເນັ້ນໜັກເຖິງຄວາມສຳຄັນຂອງການນຳດ້ານການເມືອງ. ທ່ານ Antonio Guterres ຮຽກຮ້ອງບັນດາລັດຖະບານປະຕິບັດນະໂຍບາຍຫລຸດຜ່ອນອາຍ CO2 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ ເພື່ອເປັນແບບຢ່າງໃຫ້ບັນດາບໍລິສັດ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ