ເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດຍິງ

(VOVWORLD) - ເມື່ອໂອ້ລົມກັບບັນດາສະມາຊິກສະພາແຫ່ງຊາດຍິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ: ໃນຊຸມເດືອນປີທຳອິດ, ຢູ່ບັນດາອົງການສູງສຸດຂອງລັດ...
ເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດຍິງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຄະນະສະມາຊິກສະພາແຫ່ງຊາດຍິງ
(ພາບ:VOV)

ຕອນບ່າຍວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະກັບບັນດາສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV.

        ເມື່ອໂອ້ລົມກັບບັນດາສະມາຊິກສະພາແຫ່ງຊາດຍິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ: ໃນຊຸມເດືອນປີທຳອິດ, ຢູ່ບັນດາອົງການສູງສຸດຂອງລັດ, ຜ່ານສະພາແຫ່ງຊາດຊຸດຕ່າງໆ, ບັນດາສະມາຊິກສະພາແຫ່ງຊາດຍິງ ຍາມໃດກໍ່ສະແດງຄຸນນະທາດ, ພູມປັນຍາ, ຄວາມເກັ່ງກ້າສາມາດ, ຄວາມສຸດຈິດສຸດໃຈ, ສົມເປັນແມ່ຍິງຜູ້ດີເດັ່ນ, ເປັນຜູ້ແທນຂອງປະຊາຊົນ. ທ່ານ ກ່າວວ່າ:

        “ສະມາຊິກສະພາແຫ່ງຊາດຍິງແຕ່ລະຄົນຕ້ອງຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະທາດ, ຈັນຍາບັນ ແລະ ລະດັບຄວາມຮູ້, ຄວາມສາມາດດ້ານວິຊາຊີບ. ພ້ອມກັນນັ້ນ, ບັນດາສະມາຊິກສະພາແຫ່ງຊາດຍິງ ກໍ່ຕ້ອງເສີມຂະຫຍາຍຄຸນນະທາດ ແລະ ພູມປັນຍາ, ແມ່ນແບບຢ່າງທີ່ເຫຼື້ອມໃສກ່ຽວກັບຄວາມສາມັກຄີ, ສູ້ຊົນ, ກ້າວໜ້າ, ພັດທະນາ ແລະ ແຜ່ຂະຫຍາຍ, ແມ່ນແຫຼ່ງບັນດານໃຈໃຫ້ແກ່ແມ່ຍິງໃນທົ່ວປະເທດ, ພິເສດແມ່ນລຸ້ນໜຸ່ມ”.

ຕອບກັບ

ຂ່າວ/ບົດ​ອື່ນ