​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈ​ີນ ສີ​ຈີ້ນ​ຜິງ

(VOVWORLD) - ເລີ່ມຕົ້ນພິທີຕ້ອນຮັບ, ສຽງປືນໃຫຍ່ 21 ນັດໄດ້ດັງຂຶ້ນຢູ່ ພະລາດຊະວັງທັງລອງ ເພື່ອຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພັນລະຍາ.
​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈ​ີນ ສີ​ຈີ້ນ​ຜິງ - ảnh 1ພິທີຕ້ອນຮັບ (ພາບ: VOV)

ຕອນບ່າຍວັນທີ 12 ທັນວາ, ຢູ່ທຳນຽບປະທານປະເທດ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ແລະ ພັນລະຍາ. ພິທີໄດ້ຖືກຈັດຂຶ້ນຕາມພິທີສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ.

        ເຂົ້າຮ່ວມພິທີຕ້ອນຮັບ ມີການນຳຂັ້ນສູງຫຼາຍທ່ານຂອງ ຫວຽດນາມ ແລະ ຊາວນະຄອນຫຼວງ ຮ່າໂນ້ຍ ຈຳນວນຫຼາຍ. ເລີ່ມຕົ້ນພິທີຕ້ອນຮັບ, ສຽງປືນໃຫຍ່ 21 ນັດໄດ້ດັງຂຶ້ນຢູ່ ພະລາດຊະວັງທັງລອງ ເພື່ອຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພັນລະຍາ. ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ຍ່າງກວດກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ.

​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈ​ີນ ສີ​ຈີ້ນ​ຜິງ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ພັນລະຍາ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ພ້ອມດ້ວຍພັນລະຍາ ໂບກມືຂ່ຳນັບຮັບຕ້ອນຄະນະຜູ້ແທນ (ພາບ: VOV)

        ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈີນ ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳສູງສຸດຂອງພັກ, ລັດ ຈີນ ມາ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກຄອມມູນິດ ຈີນ ແລະ ພາຍຫຼັງການຢ້ຽມຢາມ ຈີນ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ 1 ປີ (10/2022).

        ການຢ້ຽມຢາມໄດ້ດຳເນີນໃນຈຸດເວລາ 2 ປະເທດຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຄົບຮອບ 15 ປີ.

        ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ດຳເນີນການ ເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ຢູ່ສຳນັກງານ ສູນກາງພັກ ທີ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ