ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ບັງກະລາເທດ

(VOVWORLD) - ທ່ານເລຂາທິການໃຫຍ່ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາ, ການພົບປະລະຫວ່າງປະທານສະພາແຫ່ງຊາດ Chaudhury ກັບບັນດາການນຳ ຫວຽດນາມ ແລະ ຢືນຢັນວ່າພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ...
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ບັງກະລາເທດ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາງປະທານສະພາແຫ່ງຊາດ Chaudhury

ທີ່ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ບັງກະລາເທດ Shirin Sharmin Chaudhury, ໃນຕອນບ່າຍວັນທີ 23 ກໍລະກົດ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາວ່າການຢ້ຽມຢາມ ຫວຽດນາມ ຂອງທ່ານນາງປະທານສະພາແຫ່ງຊາດ ບັງກະລາເທດ ຈະສືບຕໍ່ບັນລຸໄດ້ບັນດາຜົນສຳເລັດຫຼາຍກ່ວາອີກ ໃນພາລະກິດສ້າງສາປະເທດ ບັງກະລາເທດ ສັນຕິພາບ, ພັດທະນາ ແລະ ວັດທະນາຖາວອນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ບົນເວທີສາກົນ. ທ່ານເລຂາທິການໃຫຍ່ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາ, ການພົບປະລະຫວ່າງປະທານສະພາແຫ່ງຊາດ Chaudhury ກັບບັນດາການນຳ ຫວຽດນາມ ແລະ ຢືນຢັນວ່າພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບ ບັງກະລາເທດ, ປາດຖະໜາວ່າ ການພົວພັນລະຫວ່າງ 2 ປະເທດສືບຕໍ່ພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ, ຕອບສະໜອງຜົນປະໂຫຍດແທດຈິງຂອງປະຊາຊົນ 2 ປະເທດ. ບົນພື້ນຖານການພົວພັນອັນດີງາມ ແລະ ມີຫຼາຍຈຸດທີ່ຄ້າຍຄືກັນລະຫວ່າງ 2 ປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ 2 ຝ່າຍມີບັນດາມາດຕະການລະອຽດເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນກ່ວາອີກ, ພິເສດແມ່ນຊຸກຍູ້ການຮ່ວມມືເສດຖະກິດໃຫ້ພັດທະນາສົມກັບການພົວພັນການເມືອງອັນດີງາມລະຫວ່າງ ຫວຽດນາມ - ບັງກະລາເທດ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ບັງກະລາເທດ Shirin Sharmin Chaudhury ເນັ້ນໜັກວ່າ: ບັງກະລາເທດ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບ ຫວຽດນາມ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ຫວຽດນາມ ໃນບັນດາຂົງເຂດເຊິ່ງ ບັງກະລາເທດ ມີທ່າແຮງ, ຫວັງວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ