ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່, ປະທານປະເທດຈີນ


ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່, ປະທານປະເທດຈີນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ​ສີ​ຈີນ​ຜີງ

(vovworld)-  ຕອນ​ເຊົ້າ​ວັນ​ທີ 29/1, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຊຸງ​ທາວ, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່​ສື່​ສານ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ ຜູ້​ຕາງ​ໜ້າ​ພິ​ເສດຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ​ສີ​ຈີນ​ຜີງ. ທີ່​ການ​ຕ້ອນ​ຮັບ, ​ທ່ານ​ຊຸງ​ທາວ ໄດ້​ສົ່ງ​ຈົດ​ໝາຍ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ​ສີ​ຈີນ​ຜີງທີ່ອວຍ​ພອນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ສືບ​ຕໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມອີກ​ສະ​ໄໝໜຶ່ງ. ​ພ້ອມ​ກັນ​ນັ້ນ​ກໍ​ສົ່ງ​ສານ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ​ສີ​ຈີນ​ຜີງ ທີ່​ສະ​ແດງ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ​ຝ່າຍ​ຫວຽດ​ນາມ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ຫວຽດ​ນາມ ໃຫ້​ພັດ​ທະ​ນາ​ຢ່າງ​ໂປ່ງ​ໃສ, ມີ​ສະ​ຖຽນ​ລະ​ພາບ​ຍາວ​ນານ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ, ຢ້ຽມ​ຢາມ​ຂັ້ນ​ສູງ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ​ທ່ານ​ຊຸງ​ທາວ ຢືນ​ຢັນ​ວ່າ ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ ຖື​ເປັນ​ສຳ​ຄັນ​ຢ່າງ​ສູງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຈີນ ​ - ຫວຽດ​ນາມ

      ສ່ວນທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຢືນ​ຢັນ​ວ່າ ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ຍາມ​ໃດ​ກໍ ຖື​ເປັນ​ສຳ​ຄັນ​​ການ​ພົວ​ພັນ​​ຖານ​ບ້ານ​ໃກ້​ເຮືອນ​ຄຽງມິດ​ຕະ​ພາບ​ກັບ​ຈີນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງຫວັງ​ວ່າ 2 ຝ່າຍ​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ການ​ຮັບ​ຮູ້ລວມລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້, ເພີ່ມ​ທະ​ວີ​ການຢ້ຽມ​ຢາມ​ຂັ້ນ​ສູງ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ການ​ກະ​ທຳ​ລະ​ອຽດ, ແທດ​ຈິງ ບົນ​ຈິດ​ໃຈ​ຄຳ​ເວົ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ກະ​ທຳ.

    ຕອນ​ບ່າຍໃນ​ວັນ​ດຽວ​ກັນ, ​ທ່ານ​ຊຸງ​ທາວ​ໄດ້​ພົບ​ປະ​ກັບ​ທ່ານ​ ເວືອງ​ດິງ​ເຫ້ວ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດສູນ​ກາງ ແລະ ທ່ານຮ່​ວາງ​ບິງກວນ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ.
ຂ່າວ/ບົດ​ອື່ນ