ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບເອກອັກຄະລັດຖະທູດສະຫະພັນລັດເຊຍຄົນໃໝ່

ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບເອກອັກຄະລັດຖະທູດສະຫະພັນລັດເຊຍຄົນໃໝ່ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ

(vovworld)- ຕອນ​ບ່າຍ​ວັນ​ທີ 23/3, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພັນ​ລັດ​ເຊຍ ກົນ​ສະ​ຕາ​ຕິນ ວ​ນູ​ກົບ ເຂົ້າ​ຢ້ຽມ​ຄຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ຕົ້ນ​ອາ​ຍຸ​ການ​ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຢືນ​ຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ຖ​ື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບລັດ​ເຊຍ ແລະ ຖື​ວ່າ ນີ້​ແມ່ນ​ທິດ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ອວຍ​ພອນ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພັນ​ລັດ​ເຊຍ ກົນ​ສະ​ຕາ​ຕິນ ວ​ນູ​ກົບ ຈົ່ງ​ເຮັດຫຼ້ອນ​ໜ້າ​ທີໄດ້​ຮັບ​ມອບ​ໝາຍ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າ​ງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ເຂົ້າ​ສູ່ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາໃນ​ພາກ​ພື້ນ ແລະ ໃນ​ໂລກ. 

ຂ່າວ/ບົດ​ອື່ນ