ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ ກວາງນິງ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ ກວາງນິງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽ​ນຟູ໋ຈ້ອງ ແລະ ການນຳຫຼັກແຫຼ່ງແຂວງກວາງນິງ
(ພາບ: qdnd.vn)

(vovworld) -  ​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ ກວາງ​ນິນ, ຕອນ​ເຊົ້າ​ວັນ​ທີ 7/4, ​ໃນ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ ​ແລະ ພະນັກງາ​ນຫຼັກ​ແຫຼ່ງຂອງ​ແຂວງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽ​ນຟູ໋ຈ້ອງ ​ໄດ້​ຍ້ອງຍໍ, ຕີ​ລາຄາ​ສູງ​ເຈດ​ຈຳນົງ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ແຂວງ ​ໃນ​ການ​ຊອກ​ຫາ​ວິທີ​ບື່ນຕົວ​ຂຶ້ນ​ຢ່າງ​ແຮງ​ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ພັກ​ແຂວງ​ຄັ້ງ​ທີ 18 ມາ​ຮອດ​ປະ​ຈຸ​ບັນ:

        “ກວາງ​ນິງ ມີ​ບັນຍາກາດ​ເຮັດ​ວຽກ​ໃໝ່ດ້ວຍ​ຄວາມ​ຕັດສິນ​ໃຈ​ໃໝ່ ​ແລະ ກວາງ​ນິງ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ທ່າ​ແຮງ ກໍ່​ຄື​ມີ​ແງ່​ຫວັງ​ກ້າວ​ຂຶ້ນ. ດ້ວຍວີ​ທີ​ການ​ເຮັດ​ວຽກ​ລະ​ອຽດກ່ວາ, ​ໄກ້​ຊິດ​ກ່ວາ, ​ຊອກ​ຫາ​ວິທີ​ເພື່ອບື່ນຕົວ​ຂຶ້ນ. ກວາງ​ນິງ ບໍ່​ພຽງ​ແຕ່​ສະ​ເໜີ​ວຽກ​ງານ​ຫຼາຍ​ຢ່າງ​ໃຫ້​ແກ່​ແຂວງ​ຂອງ​ຕົນ​ເທ່ົາ​ນັ້ນ ຫາກ​ໃຫ້​ທັງ​ທົ່ວ​ປະ​ເທດ​ອີກ​ດ້ວຍ”

ທ່ານ​ເລຂາທິການ​ໃຫຍ່ ຫງວຽ​ນຟູ໋ຈ້ອງ ​ໄດ້​ເຫັນ​ດີ​ຕໍ່ 9 ໝວດ​ມາດ​ຕະການ​ແກ້​ໄຂ ​ແລະ ບາງ​ໜ້າ​ທີ່​ຈຸດ​ສຸມ ​ເຊິ່ງ​ແຂວງ​ໄດ້​ວາງ​ອອກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽ​ນຟູ໋ຈ້ອງ ​ຊີ້​ແຈ້ງວ່າ:

        “ກວາງ​ນິງ ຕ້ອງ​ສືບ​ຕໍ່​ປະຕິບັດ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຢ່າງ​ແຮງ ​​ເພື່ອນຳ​ໜ້າ​ທົ່ວ​ປະ​ເທດ​ໃນ​ການ​ປະຕິບັດ​ຈຸດໝາຍ​ຫັນ​​ເປັນອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ​ແຕ່​ຕ້ອງ​ຖື​ການ​ບໍລິການ​ເປັນ​ຕົ້ນ, ຖັດມາ​ຈຶ່ງ​ແມ່ນ​ອຸດສາຫະກຳ, ກະສິກຳ, ສິນ​ໃນ​ນ້ຳ”

        ຕອນ​ບ່າຍ​ວັນ​ທີ 7/4, ​ເມື່ອ​ໄປ​ຢ້ຽມຢາມ​ກ​ອງບັນ​ຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ກວາງ​ນິນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽ​ນຟູ໋ຈ້ອງ ຫວັງ​ວ່າ: ກຳລັງປ້ອງ​ກັນຊາ​ຍ​ແດນ​ແຂວງ ກວາງ​ນິນ ປະຕິບັດ​ໜ້າ​ທີ່​ໃນ​ເຂດ​ທີ່​ມີ​ຄວາມສຳຄັນນີ້​ເປັນ​ຢ່າງ​ດີ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຢ່າງ​ໝັ້ນຄົງ, ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ໝັ້ນຄົງ, ສ້າງ​ຄວາມ​ສາມັກຄີ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ, ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ໃຫ້​ດີ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 6/4, ທ່ານ​ເລຂາທິການ​ໃຫຍ່ ຫງວຽ​ນຟູ໋ຈ້ອງ ​ໄດ້​ໄປ​ກວດກາ​ສະພາບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ຢູ່​ເມືອງ​ເກາະ ​ເວີນ​ດົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽ​ນຟູ໋ຈ້ອງ ຖື​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​​ ເວີນ​ດົນ ​ແມ່ນ​ຍັງ​ມີ​ຫຼາຍ​ຢູ່ ​ແລະ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ເສດຖະກິດ​ທະ​ເລ, ທ່ອງ​ທ່ຽວ, ຮັກສາ​ສິ່ງ​ແວດລ້ອມ​ຊີວະ​ພາບ, ຮັກສາ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ