ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມໂຮງໝໍ K ແລະ ໂຮງໝໍ ເດັກ ສູນກາງ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມໂຮງໝໍ K ແລະ ໂຮງໝໍ ເດັກ ສູນກາງ - ảnh 1

ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢ້ຽມຢາມ​ໂຮງໝໍ ​ເດັກ ສູນ​ກາງ
(ພາບ: Trí Dũng/TTXVN)

(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ແພດ​ໝໍ ຫວຽດນາມ​ (27/2), ຕອນ​ເຊົ້າ​ວັນ​ທີ 26/2, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ​ພະນັກງານ, ແພດໝໍ ​ໂຮງໝໍ K ສູນ​ກາງ ​ແລະ ​ໂຮງໝໍ ​ເດັກ ສູນ​ກາງ. ​ເມື່ອ​ໂອ້​ລົ​ມ ກັບ​ຖັນ​ແຖວ​ພະນັກງານ, ແພດໝໍ ຂອງ ​ໂຮງໝໍລົງເລີກຂະແໜງ 2 ​ແຫ່ງ ອັນດັບ​ໜຶ່ງ​ຂອງທົ່ວປະ​ເທດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ: ວັນ​ແພດ​ໝໍ ຫວຽດນາມ ​ແມ່ນ​ໂອກາດ​ເພື​່ອ​ໃຫ້​ທົ່ວ​ສັງຄົມ ​ແລະ ປະຊາຊົນ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື, ​ເຊີດ​ຊູ ​ແລະ ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ບັນດາພະນັກງານແພດ. ທ່ານ​ເລຂາທິການ​ໃຫຍ່ ຢືນຢັນວ່າ: ຢາກ​ປະຕິບັດ​ວຽກ​ງານ​ກວດກາ, ປິນປົ່ວ​ພະຍາດ, ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ ຕ້ອງ​ມີ​ພື້ນຖານ​ດ້ານ​ວັດຖຸ, ອຸປະກອນ, ຢຸກຢາ​ທີ່​ດີ. ​ແຕ່​ວ່າ​ປັດ​ໄຈ​ສຳຄັນ​ທີ່​ສຸດ ​ແລະ ມີ​ຄວາມ​ໝາຍ​ຕັດສິນ​ນັ້ນ​ແມ່ນ​ຕ້ອງ​ມີ​ຖັນແຖວແພດໝໍ​ດີ ​ເພື່ອນ​ຳ​ໃຊ້, ຂຸດ​ຄົ້ນພື້ນຖານ​ດ້ານ​ວັດຖຸ ​ແລະ ຢຸກຢາ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ເລຂາທິການ​ໃຫຍ່ ຕັກ​ເຕືອນ​​ໃຫ້​ພະນັກ​ງານ, ລັດຖະກອນ​ຂອງ​ທ່ົວ​ຂະ​ແໜງ​ສາທາລະນະ​ສຸກ​ຕ້ອງ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ກວດປົ່ວ​ພະຍາດ ​ແລະ ຮັບ​ໃຊ້​ປະຊາຊົນ, ​ເຂົ້າ​ຮ່ວມ​ແກ້​ໄຂ​ບັນຫາມີຄົນເຈົບເກີນຂອບເຂດຂອງ​ໂຮງໝໍ​ເປັນ​ຢ່າງ​ດີ, ສົມທົບ​ເປັນ​ຢ່າງ​ດີ​ລະຫວ່າງ​ການ​ແພດທັນ​ສະ​ໄໝ ​ແລະ ການ​ແພດ​ພື້ນ​ເມືອງ . ສຳລັບ​ຖັນ​ແຖວ​ທ່ານໝໍ ຕ້ອງ​ຮຳ່ຮຽນ, ​ແລກປ່ຽນ​ວິຊາ​ຊີບ ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​​ແມ່ນ​ບັນດາ​ຄວາມ​ກ້າວໜ້າ​ຂອງ​ສາກົນ​ໃນ​ການ​ປິນປົ່ວ​ພະຍາດ, ມີ​ຈັນ​ຍາ​ບັນ​ດ້ານ​ວິຊາ​ຊີບ ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ປະທານ​ໂຮ່ຈີ​ມິນ “ທ່ານໝໍ​ຄື​ແມ່ຄີງຂອງຄົນເຈັບ”.

ຂ່າວ/ບົດ​ອື່ນ